ອິດສະລາແອນໂຈມຕີທາງອາກາດຢູ່ເມືອງຣາຟາ ເຖິງວ່າອາເມລິກາຂູ່ຢຸດສະໜັບສະໜູນອາວຸດ

ກອງທັບອິດສະລາແອນໂຈມຕີທາງອາກາດຢູ່ເມືອງໃຫຍ່ທາງຕອນໃຕ້ຂອງເຂດກາຊາ ຫລັງຜູ້ນໍາອາເມລິກາຂູ່ຢຸດມອບການສະໜັບສະໜູນດ້ານອາວຸດ ຖ້າອິດສະລາແອນປະຕິບັດການທາງທະຫານພາກພື້ນດິນຢູ່ເມືອງແຫ່ງນີ້.
ວັນທີ 10 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເຮືອບິນຮົບຂອງກອງທັບອິດສະລາແອນໂຈມຕີທາງອາກາດຕໍ່ເປົ້າໝາຍຫລາຍແຫ່ງຢູ່ເມືອງຣາຟາ ເຊິ່ງເປັນເມືອງໃຫຍ່ທາງຕອນໃຕ້ຂອງເຂດກາຊາ ໃນວັນທີ 9 ພຶດສະພາຜ່ານມາ ເຖິງວ່າຝ່າຍຄວາມໝັ້ນຄົງຂອງອິດສະລາແອນກ່າວວ່າ: “ເປັນການໂຈມຕີແບບຈໍາກັດວົງ”, ແຕ່ກຸ່ມຮາມັດກ່າວວ່າ: “ສະຖານະການຈິງບໍ່ໄດ້ເປັນແບບນັ້ນ”.
ສະຖານະການດັ່ງກ່າວເກີດຂຶ້ນບໍ່ດົນ ຫລັງສະຖານີໂທລະພາບ CNN ເຜີຍແຜ່ການສໍາພາດຂອງປະທານາທິບໍດີ ໂຈ ໄບເດນ ຜູ້ນໍາອາເມລິກາ ວ່າ: ຖ້າອິດສະລາແອນເດີນໜ້າປະຕິບັດການທາງທະຫານພາກພື້ນດິນຢູ່ເມືອງຣາຟາ ອາເມລິກາຈະຢຸດມອບການສະໜັບສະໜູນດ້ານອາວຸດໃຫ້ອິດສະລາແອນ.
ທັງນີ້, ມີລາຍງານວ່າ: ອາເມລິກາໂຈະການສົ່ງລະເບີດນໍ້າໜັກ 907 ກິໂລ ຈໍານວນ 1.800 ລູກ ແລະ ລະເບີດນໍ້າໜັກ 226 ກິໂລ ຈໍານວນ 1.700 ລູກ ໃຫ້ອິດສະລາແອນນັບແຕ່ອາທິດຜ່ານມາ ເນື່ອງຈາກລັດຖະບານເທລອາວີບ “ບໍ່ສາມາດຕອບສະໜອງຂໍ້ຮຽກຮ້ອງໄດ້ຢ່າງເຕັມສ່ວນ” ຕໍ່ກໍລະນີທີ່ອາເມລິກາສະແດງຄວາມກັງວົນກ່ຽວກັບປະຕິບັດການທາງທະຫານພາກພື້ນດິນຂອງອິດສະລາແອນຢູ່ເມືອງຣາຟາ.
ນອກຈາກນີ້, ລັດຖະບານວໍຊິງຕັນມີຄວາມກັງວົນເພີ່ມຂຶ້ນ ກ່ຽວກັບຜົນກະທົບເປັນວົງກວ້າງທີ່ຈະເກີດຂຶ້ນຕໍ່ພົນລະເຮືອນຢູ່ເຂດກາຊາ ຈາກກໍລະນີອິດສະລາແອນໃຊ້ລະເບີດຂະໜາດໃຫຍ່ ໂດຍຖືເປັນຄັ້ງທໍາອິດນັບແຕ່ເກີດສົງຄາມຢູ່ເຂດກາຊາ ໃນວັນທີ 7 ຕຸລາ 2023 ທີ່ອາເມລິກາໂຈະການສົ່ງອອກອາວຸດບາງຢ່າງໃຫ້ອິດສະລາແອນ.
ຂະນະທີ່, ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ກ່າວວ່າ: ອິດສະລາແອນພ້ອມເດີນໜ້າປະຕິບັດການພາກພື້ນດິນຢູ່ເມືອງຣາຟາ “ດ້ວຍຕົນເອງ” ໂດຍບໍ່ໄດ້ກ່າວເຖິງອາເມລິກາ. ສ່ວນທ່ານ ກິລາດ ເອີດັນ ເອກອັກຄະລັດຖະທູດອິດສະລາແອນປະຈໍາສະຫະປະຊາຊາດ (UN) ກ່າວວ່າ: ການໃຫ້ສໍາພາດຂອງທ່ານ ໄບເດນ “ໜ້າຜິດຫວັງ”.
ສ່ວນອີຢິບ ແລະ ກາຕາ ເຊິ່ງເປັນສອງປະເທດຫລັກ ເຮັດໜ້າທີ່ຄົນກາງໃນການເຈລະຈາລະຫວ່າງອິດສະລາແອນກັບກຸ່ມຮາມັດ ເພື່ອຢຸດສົງຄາມທີ່ຍືດເຍື້ອມາແຕ່ວັນທີ 7 ຕຸລາ 2023 ຢືນຢັນວ່າ: ການຫາລືຍັງດໍາເນີນຢູ່ຢ່າງຕໍ່ເນື່ອງ, ແຕ່ການເຈລະຈາຮອບຫລ້າສຸດເປັນເວລາສອງວັນ ສິ້ນສຸດລົງໃນວັນທີ 9 ພຶດສະພາຜ່ານມາ ໂດຍບໍ່ມີຄວາມຄືບໜ້າຢ່າງຊັດເຈນ.