ສະມັດຊາສະຫະປະຊາຊາດມີມະຕິ ເພີ່ມສິດພິເສດໃຫ້ປາແລັສຕິນ

ປາແລັສຕິນຍັງມີສະຖານະເປັນຜູ້ສັງເກດການຂອງ UN, ແຕ່ຈະໄດ້ຮັບສິດພິເສດເພີ່ມອີກ ລະຫວ່າງກອງປະຊຸມ.
ວັນທີ 11 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະມັດຊາສະຫະປະຊາຊາດ (UNGA) ມີມະຕິສຽງສ່ວນຫລາຍ 143 ສຽງ ຍົກລະດັບສະຖານະຜູ້ສັງເກດການຂອງປາແລັສຕິນ ເລີ່ມແຕ່ກອງປະຊຸມ UNGA ສະໄໝຕໍ່ໄປ ໃນເດືອນກັນຍາ 2025 ແລະ ຢືນຢັນການສະໜັບສະໜູນຂອງ UNGA ໃນການໃຫ້ປາແລັສຕິນໄດ້ຮັບສະຖານະສະມາຊິກເຕັມຮູບແບບຂອງ UNGA.
ມະຕິດັ່ງກ່າວໝາຍຄວາມວ່າ: ຕໍ່ຈາກນີ້ ປາແລັສຕິນສາມາດສົ່ງຜູ້ແທນເຂົ້າຮ່ວມການອະພິປາຍ, ການສະເໜີຍັດຕິ, ການມີຄະນະຜູ້ແທນຮ່ວມຢູ່ໃນຄະນະກໍາມາທິການຕ່າງໆ ແລະ ການນັ່ງໃນກອງປະຊຸມໂດຍລຽງຕາມລໍາດັບຕົວອັກສອນພາສາອັງກິດ. ເຖິງຢ່າງໃດກໍຕາມ, ປາແລັສຕິນ ເຊິ່ງມີສະຖານະຜູ້ສັງເກດການທີ່ບໍ່ແມ່ນສະມາຊິກ ນັບແຕ່ປີ 2012 ຈະຍັງບໍ່ມີສິດລົງມະຕິໃນກອງປະຊຸມ ເນື່ອງຈາກສິດດັ່ງກ່າວຕ້ອງໄດ້ຮັບການຮັບຮອງຈາກສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC).
ເຖິງຢ່າງໃດກໍຕາມ, ມະຕິດັ່ງກ່າວມີສຽງຄັດຄ້ານ 9 ສຽງ ແລະ ງົດອອກສຽງ 25 ສຽງ ໂດຍ 9 ປະເທດທີ່ຄັດຄ້ານ ໄດ້ແກ່ ອາເຈນຕິນາ, ສ.ເຊັກ, ຮົງກາລີ, ອິດສະລາແອນ, ໄມໂຄຣນີເຊຍ, ນາອູຣູ, ປາປົວນິວກີນີ, ປາເລົາ ແລະ ອາເມລິກາ. ຂະນະທີ່ສະມາຊິກສະຫະພາບເອີຣົບ (EU) 27 ປະເທດ ຮັບຮອງມະຕິນີ້ ທ່າມກາງກະແສຂ່າວວ່າ: ສະມາຊິກ EU ຫລາຍປະເທດກຽມຮັບຮອງສະຖານະລັດຂອງປາແລັສຕິນ.