ໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານນ້ຳຍອນໃໝ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເສຍຫາຍໝົດຫລັງ

ເວລາ 8:30 ໂມງຂອງວັນທີ 12 ພຶດສະພາ 2024 ນີ້, ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານນ້ຳຍອນໃໝ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງເປັນຂອງທ້າວ ອິ່ນມີ, ເຮືອນສອງຊັ້ນ ເຄິ່ງໄມ້ເຄິ່ງປູນ ເສຍຫາຍໝົດຫລັງ.
ຕາມການໃຫ້ຂໍ້ມູນຂອງເຈົ້າຂອງເຮືອນ ເລົ່າວ່າ: ເຫດໄຟໄໝ້ເຮືອນ ຈຸດເກີດເຫດແມ່ນຢູ່ຊັ້ນສອງເວລານັ້ນຕົນເອງແມ່ນຢູ່ຊັ້ນລຸ່ມແລ້ວໄດ້ຍິນສຽງໄມ້ແຕກ ຫລື ລັ່ນ ຢູ່ຊັ້ນສອງເລີຍຂຶ້ນໄປເບິ່ງຈຶ່ງຮູ້ວ່າໄຟກຳລັງໄໝ້ເຮືອນຂອງຕົນ ແຕ່ກໍບໍ່ສາມາດເອົາເຄື່ອງຂອງ ແລະ ຊັບສິນຕ່າງໆຢູ່ໃນເຮືອນເທິງຊັ້ນສອງອອກໄດ້ ເນື່ອງຈາກໄຟໄດ້ລຸກລາມໄໝ້ຢ່າງຮຸນແຮງ ຈຶ່ງໄດ້ຂໍຄວາມຊ່ວຍເຫລືອຈາກຄົນໃກ້ຄຽງຊ່ວຍສະກັດກັ້ນໄຟບໍ່ໃຫ້ລຸກລາມໄປໄໜ້ເຮືອນຫລັງອື່ນ ໂດຍໃຊ້ເວລາປະມານ 2 ຊົ່ວໂມງກວ່າຈຶ່ງມາດສະກັດກັ້ນໄຟໄດ້.
ເຈົ້າຂອງເຮືອນຜູ້ເສຍຫາຍເວົ້າວ່າ: ຜົນເສຍຫາຍເຈົ້າໜ້າທີ່ພວມລົງກວດກາເກັບກຳຂໍ້ມູນຕົວຈິງ ຈຶ່ງສາມາດປະເມີນໄດ້. ສຳລັບເຫດທີ່ໃຫ້ເກີດເຫດໄຟໄໝ້ໃນຄັ້ງນີ້ ອາດຈະເກີດຈາກໄຟຟ້າລັດວົງຈອນ.