ຄອລ ເລືອກຄະນະບໍລິຫານງານຊຸດໃໝ່
October 19, 2017 - 3:18 PM




ພາຍຫລັງສໍາເລັດການ ລາຍງານກ່ຽວກັບຜົນການ ເຄື່ອນໄຫວຂອງຄະນະບໍລິ ຫານງານ ຄອລ ຊຸດທີ VI ແລະ ແຜນການປີ 2017-2020, ກອງປະຊຸມໄດ້ດໍາ ເນີນການຄັດເລືອກເອົາຄະນະບໍລິຫານງານຊຸດທີ VII, ຜົນ ການຄັດເລືອກແມ່ນ ທ່ານ ນາງ ແສງເດືອນ ຫລ້າຈັນທະ ບູນ ລັດຖະມົນຕີກະຊວງສຶກ ສາທິການ ແລະ ກິລາ ເປັນປະ ທານ, ທ່ານ ບົວລານ ສິລິປັນ ຍາ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ເປັນ ຮອງປະທານ, ທ່ານ ພົຕ. ສົມ ທະວົງ ໄຊຍະກອນ ຮອງລັດ ຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ເປັນຮອງປະ ທານ, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ເປັນ ຮອງປະທານ, ທ່ານ ສົມສີ ຍໍພັນໄຊ ວ່າການອະທິການ ບໍດີ ມຊ ເປັນຮອງປະທານ.
ນອກນັ້ນ, ກໍຍັງມີອີກ 30 ທ່ານ ທີ່ມາຮັບໜ້າທີ່ໃນ ຄອລ ຊຸດທີ VII ຈະສືບຕໍ່ປະຕິບັດ ແຜນດໍາເນີນງານ 4 ປີ ( 20 17-2020 ) ແລະ ປະຕິບັດ ງານຕາມທີ່ໄດ້ມອບໝາຍໃຫ້ ເກີດດອກອອກຜົນແກ່ວົງການກີລາລາ.
ໃນໂອກາດດັ່ງກ່າວ ທ່ານ ນາງ ແສງເດືອນ ຫລ້າຈັນທະ ບູນ ປະທານ ຄອລ ຊຸດທີ VI ແລະ ຖືກແຕ່ງຕັ້ງເປັນປະທານ ຊຸດທີ VII ກ່າວວ່າ: ວາລະ ການປະຕິບັດງານຂອງຄະນະບໍລິຫານງານໂອແລມປິກ ແຕ່ລະຄັ້ງຈະມີຮອບວຽນເປັນ 4 ປີ, ເມື່ອຄົບວາລະແລ້ວ ຈະ ຕ້ອງມີກອງປະຊຸມໃຫຍ່ ຄອລ ເພື່ອເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ ກໍຄືຊຸດທີ VII ຕາມ ຖະທໍາມະນູນຂອງຄະນະບໍລິ ຫານງານ ຄອລ, ຜ່ານການ ຈັດຕັ້ງປະຕິບັດວຽກຂອງຊຸດທີ VI ໄດ້ມີຜົນສໍາເລັດຢ່າງ ຫລວງຫລາຍ ແຕ່ກໍ່ປາສະ ຈາກບໍ່ໄດ້ສິ່ງທີ່ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ. ສໍາລັບການ ໄດ້ຮັບໜ້າທີ່ເປັນຄະນະບໍລິ ຫານງານ ຄອລ ຊຸດທີ VII ເປັນສິ່ງທີ່ມີກຽດ, ຈຶ່ງຕ້ອງ ພ້ອມໃຈສຸມທຸກສະຕິປັນຍາ, ເຫື່ອແຮງ, ສະຫລະເວລາ ເພື່ອປະຕິບັດໜ້າທີ່ ແລະ ພາ ລະ ກິດຂອງຂະບວນການກິ ລາໂອແລມປິກ ຕາມຍຸດທະ ສາດ, ແຜນການ ແລະ ເປົ້າ ໝາຍທີ່ວາງໄວ້ ແຕ່ນີ້ຮອດປີ 2020, ໂດຍສະເພາະແມ່ນ ສືບຕໍ່ໃຊ້ຫລັກການລວມສູນ ປະຊາທິປະໄຕ, ຢຶດຖືທໍາມະ ນູນຂອງ ຄອລ, ໂອແລມປິກ ສາກົນ, ໂອແລມປິກອາຊີ ແລະ ສະຫະພັນກິລາຊີເກມ ໂດຍສົມທົບກັບສະຫະພັນກິລາແຫ່ງຊາດປະເພດຕ່າງໆ.