ລາຍງານລະບຸ ອິດສະລາແອນໃຊ້ອາວຸດອາເມລິກາຢູ່ກາຊາໃນທາງທີ່ອາດຂັດຕໍ່ກົດໝາຍສາກົນ

ລັດຖະບານອາເມລິກາ ລະບຸວ່າ: ມີເຫດຜົນທີ່ຈະປະເມີນວ່າກອງກໍາລັງຂອງອິດສະລາແອນອາດໃຊ້ອາວຸດຂອງອາເມລິກາຢູ່ເຂດກາຊາໃນທາງທີ່ “ບໍ່ສອດຄ່ອງ” ກັບກົດໝາຍມະນຸດສະທໍາສາກົນ. ເຖິງຢ່າງໃດກໍຕາມ, ອາເມລິກາຍັງບໍ່ລະບຸກົງໆວ່າ: ອິດສະລາແອນຝ່າຝືນກົດໝາຍສາກົນ.
ລາຍງານທີ່ຮ່າງໂດຍກະຊວງການຕ່າງປະເທດອາເມລິກາ ລະບຸວ່າ: ການສືບສວນໃນກໍລະນີດັ່ງກ່າວຍັງດໍາເນີນຕໍ່ໄປ ແລະ ມີການສົ່ງລາຍງານສະບັບນີ້ໃຫ້ສະພາຄອງເກຣດພິຈາລະນາແລ້ວ, ແຕ່ໃນຂັ້ນນີ້ ອາເມລິກາລະບຸວ່າຍັງບໍ່ມີຂໍ້ມູນສົມບູນທີ່ຈະຢືນຢັນຂໍ້ມູນຄວາມຈິງວ່າ: ອາວຸດຂອງອາເມລິກາຖືກໃຊ້ໃນທາງລະເມີດກົດໝາຍມະນຸດສະທໍາສາກົນໂດຍສະເພາະ.
ລາຍງານລະບຸວ່າ: ຮາມັດໃຊ້ສິ່ງປຸກສ້າງຂອງພົນລະເຮືອນໃນຈຸດປະສົງທາງທະຫານ ລວມທັງໃຊ້ພົນລະເຮືອນເປັນໂລ່ມະນຸດ. ດັ່ງນັ້ນ ຈຶ່ງຍາກຈະພິສູດ ຫລື ສະຫລຸບຂໍ້ມູນຄວາມຈິງຂອງການໃຊ້ອາວຸດແຕ່ລະກໍລະນີໃນສະໜາມຮົບວ່າເປົ້າໝາຍການໂຈມຕີເປັນໄປຕາມກົດໝາຍ ຫລື ບໍ່. ນອກຈາກນີ້ ຍັງບໍ່ມີບຸກຄະລາກອນຂອງອາເມລິກາໃນພື້ນທີ່ເປັນພະຍານ.
ແຕ່ເນື່ອງຈາກອິດສະລາແອນອາໄສອາວຸດທີ່ຜະລິດຢູ່ອາເມລິກາຈໍານວນຫລາຍ. ດັ່ງນັ້ນ ຈຶ່ງມີໂອກາດຈະໃຊ້ອາວຸດເຫລົ່ານີ້ໃນທາງບໍ່ສອດຄ່ອງກັບກົດໝາຍມະນຸດສະທໍາສາກົນ ລວມທັງອາດລະເມີດແນວທາງປະຕິບັດທີ່ດີທີ່ສຸດໃນການຫລຸດການເຮັດອັນຕະລາຍຕໍ່ພົນລະເຮືອນ. ລາຍງານລະບຸ.
ອ້າງອີງ: