ສຶກສາອົບຮົມໄວໝຸ່ມ ມົ້ວສຸມດື່ມນ້ຳກະທ່ອມ 8 ຄົນ
May 14, 2024 - 3:32 PM
ວັນທີ 10 ພຶດສະພາ 2024, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ໄດ້ສຶກສາອົບຮົມໄວໝຸ່ມ 8 ຄົນ ຍິງ 2 ຄົນທີ່ພາກັນມົ້ວສຸມດື່ມນ້ຳກະທ່ອມ.
ພັຕ ສົມພອນ ໄຊຍະສອນ ຮອງພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫລວດ ປກສ ແຂວງ ໄດ້ສຶກສາອົບຮົມກ່າວເຕືອນ ແລະ ຍົກໃຫ້ເຫັນຜົນຮ້າຍໄພອັນຕະລາຍຂອງການດື່ມນ້ຳກະທ່ອມ, ເພາະວ່າໃບກະທ່ອມເປັນພືດທີ່ມີສານເສບຕິດ ແລະ ຍັງເປັນພືດທີ່ຜິດກົດໝາຍຂອງ ສປປ ລາວ, ເປັນພືດທີ່ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ ແລະ ຫ້າມນໍາເຂົ້າ-ສົ່ງອອກ., ທັງນີ້ເພື່ອເຮັດໃຫ້ຜູ້ກະທຳຜິດ ເຂັດຫລາບບໍ່ໃຫ້ກະທໍາຜິດຕື້່ມອີກ ພ້ອມທັງ ມອບໃຫ້ຜູ້ຄອງ, ອໍານາດການປົກຄອງບ້ານນຳໄປສຶກສາອົບຮົມຕື່ມ.