ແຈ້ງເຕືອນ! ອາກາດຮ້ອນເອົ້າ ແລະ ຈະມີຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%

ວັນທີ 15 ພຶດສະພາ 2024, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພະຍາກອນອາກາດ ວ່າ: ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບ ກັບກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) : ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 18 – 29 ອົງສາ.
ພາກເໜືອດ້ານຕາເວັນຕົກ : (ແຂວງ ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມມີຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 21 – 38 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມ ພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ 25 – 37 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມມີຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 24 – 37 ອົງສາ.
ແຂວງໄຊສົມບູນ: ອາກາດຮ້ອນ, ພ້ອມມີຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງ ບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມ 19 – 29 ອົງສາ.
ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນເອົ້າ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 25 – 38 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ ອາກາດເຢັນໃນຕອນເຊົ້າ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີ ລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ 16 – 28 ອົງສາ.