ອາຊຽນ ຫາລືການປັບປຸງ ແລະ ຂະຫຍາຍຄຸນນະພາບການສຶກສາເດັກກ່ອນໄວຮຽນ

ວັນທີ 14-15 ພຶດສະພາ 2024 ນີ້, ກອງປະຊຸມລັດຖະມົນຕີສຶກສາອາຊຽນ ກ່ຽວກັບການກຽມຄວາມພ້ອມ ຕໍ່ສະພາບການປ່ຽນແປງຂອງດິນຟ້າອາກາດຕັ້ງແຕ່ເຍົາໄວ, ການສຶກສາເດັກກ່ອນໄວຮຽນ ເພື່ອຄວາມຍືນຍົງໃນອານາຄົດ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ. ເພື່ອພ້ອມກັນຄົ້ນຄວ້າບັນຫາ, ວາງແນວທາງໃນການປັບປຸງ ແລະ ຂະຫຍາຍ ເຂົ້າສູ່ຄຸນນະພາບຕໍ່ກັບການສຶກສາເດັກກ່ອນໄວຮຽນ.
ທ່ານ ພຸດ ສິມມາລາວົງ ກ່າວວ່າ: ນັບແຕ່ປີ 2012 ສປປ ລາວ ເປັນປະທານອາຊຽນ ການຮ່ວມມືອາຊຽນໄດ້ຮັບຜົນສໍາເລັດເປັນກ້າວໆ ໂດຍສະເພາະວຽກງານການສຶກສາເດັກກ່ອນໄວຮຽນ. ໃນນີ້, ໄດ້ຈັດຕັ້ງປະຕິບັດຖະແຫລງການຜູ້ນໍາອາຊຽນວ່າດ້ວຍການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ທີ່ໄດ້ຮັບຮອງໃນເດືອນ ກໍລະກົດ 2023 ທີ່ນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ. ນອກນີ້, ສປປ ລາວ ຍັງໄດ້ເຂົ້າຮ່ວມຮັບຮອງບັນດາຖະແຫລງການອື່ນໆ ທີ່ໄດ້ຮັບຮອງຮ່ວມກັນຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບການດູແລ ແລະ ການສຶກສາເດັກກ່ອນໄວຮຽນ, ສືບຕໍ່ຮ່ວມມືກັນເພື່ອກ້າວໄປຂ້າງໜ້າພ້ອມກັນຕາມວິໄສທັດຂອງປະຊາຄົມອາຊຽນ 2025 ແລະ ແຜນການຮ່ວມມືສຶກສາອາຊຽນ 2021-2025 ແລະ ຕ້ອງສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມສົມບູນພູນສຸກໃຫ້ແກ່ປະຊາຄົມ, ຂະແໜງການສຶກສາ ໃນພາກພື້ນອາຊຽນ ພວມຟື້ນຕົວຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າຈະມີສິ່ງທ້າທາຍ ແລະ ໂອກາດທີ່ເກີດຂຶ້ນຈາກຜົນກະທົບຂອງໂລກລະບາດຕໍ່ການສຶກສາພາກພື້ນ ແລະ ສາກົນ, ພວກເຮົາໄດ້ຮັບຄວາມເຂົ້າໃຈ ແລະ ບົດຮຽນທີ່ມີຄຸນຄ່າຢ່າງຫລວງຫລາຍ.
ກອງປະຊຸມນີ້, ເປັນໂອກາດສໍາຄັນເພື່ອໃຫ້ພວກເຮົາຊອກຫາຊ່ອງທາງ ແລະ ວິທີການຕ່າງໆເພື່ອຮັດແໜ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານການສຶກສາອາຊຽນ 2021-2025, ວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດ 3 ເສົາຄໍ້າປະຊາຄົມອາຊຽນ ຢ່າງມີປະສິດຕິພາບ.