ອີຣານພ້ອມຈີກຂໍ້ຕົກລົງນິວເຄຼຍ ຖ້າອາເມລິກາຖອນໂຕ

ທ່ານ ຢາຕໍລາອາລີ ຄາເມເນອີ ຜູ້ນຳສູງສຸດອີຣານ ກ່າວວ່າ: ອີຣານຈະຍຶດໝັ້ນຕາມຂໍ້ຕົກລົງນິວເຄຼຍປີ 2015 ຕາບໃດທີ່ປະເທດຜູ້ລົງນາມອື່ນໆຍັງຍຶດໝັ້ນ, ແຕ່ພ້ອມຈະຈີກຂໍ້ຕົກລົງນີ້ຖ້າອາເມລິກາຖອນໂຕ.
ສະຖານີໂທລະພາບຂອງທາງການອີຣານລາຍງານວ່າ: ທ່ານ ຄາເມເນອີ ກ່າວສູນທອນພົດຕໍ່ນັກສຶກສາ ຢູ່ນະຄອນຫລວງເຕຮາຣານ ໃນວັນທີ 18 ຕຸລາ ພາຍຫລັງປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາປະກາດໃນ 5 ວັນກ່ອນວ່າຈະບໍ່ຮັບຮອງວ່າອີຣານປະຕິບັດຕາມຂໍ້ຕົກລົງນິວເຄຼຍ ແລະ ອາດຈະຢຸດຂໍ້ຕົກລົງນີ້. ທ່ານ ຄາເມເນອີ ກ່າວວ່າ: ບໍ່ຢາກເສຍເວລາຕອບສຽງໂວຍວາຍ ແລະ ຄຳຂີ້ຕົວະຂອງປະທານາທິບໍດີອາເມລິກາ, ທ່ານ ທຣຳ ບໍ່ສາມາດດຶງຄວາມສົນໃຈຂອງອີຣານໃຫ້ເມີນເສີຍຄວາມຫລອກລວງຂອງອາເມລິກາໄດ້, ຖ້າອາເມລິກາຈີກຂໍ້ຕົກລົງນິວເຄຼຍ, ອີຣານກໍຈະຈີກເຊັ່ນກັນ. ຜູ້ນຳສູງສຸດອີຣານກ່າວເນັ້ນວ່າ: ຍິນດີທີ່ເອີຣົບເນັ້ນວ່າສະໜັບສະໜູນຂໍ້ຕົກລົງນິວເຄຼຍ ແລະ ປະນາມທ່ານ ທຣຳ, ແຕ່ເທົ່ານັ້ນຍັງບໍ່ພຽງພໍ ເອີຣົບຈະຕ້ອງສະແດງທ່າທີຕໍ່ຕ້ານມາດຕະການຂອງອາເມລິກາ.
ທັງນີ້, ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ອີຣານຕົກລົງຈະຈຳກັດໂຄງການເພີ່ມສະມັດຖະພາບຢູເຣນຽມທີ່ສາມາດນຳໄປຜະລິດອາວຸດນິວເຄຼຍ ປ່ຽນກັບການທີ່ບັນດາປະເທດຫລຸດຜ່ອນມາດຕະການຂວ້ຳບາດເສດຖະກິດ. ຄະນະກວດສອບຂອງສະຫະປະຊາຊາດໃຫ້ການຮັບຮອງມາໂດຍຕະຫລອດວ່າ: ອີຣານປະຕິບັດຕາມເງື່ອນໄຂໃນຂໍ້ຕົກລົງນີ້.