ແຂວງຊຸງຊອງນຳໂດ ສ ເກົາຫລີ ມອບລົດຮັບ-ສົ່ງຄົນເຈັບ 17 ຄັນໃຫ້ ສປປ ລາວ ລວມມູນຄ່າ10,6 ຕື້ກວ່າກີບ ເພື່ອຊ່ວຍເຫລືອປະຊາຊົນ

ວັນທີ 13 ພຶດສະພາ 2024, ມີພິທີມອບ-ຮັບລົດຮັບ-ສົ່ງຄົນເຈັບ (ອຳບູລັງ Ambulance) ຈໍານວນ 17 ຄັນ ພ້ອມດ້ວຍອຸປະກອນໂປຣເຈັກເຕີ ແລະ ເຄື່ອງດັບເພີງ ລວມມູນຄ່າ 498.226 ໂດລາ ຈາກແຂວງຊຸງຊອງນໍາໂດ ສ . ເກົາຫລີ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອຊ່ວຍເຫລືອປະຊາຊົນໃຫ້ວ່ອງໄວກ່ວາເກົ່າ, ໂດຍແມ່ນ ດຣ ຢູ ຮຽນຊຸກ ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະ ທຳແຊຣິງ, ທ່ານ ໂກກ ວັງຈອງ ຫົວໜ້າພະແນກດັບເພີງ ແຂວງຊຸງຊອງນຳໂດ ສ ເກົາຫລີ ເປັນຜູມອບແລະ ທ່ານ ລີປ່າວ ຢາງ ຮອງລັດຖະມົນຕີ ຮສສ.ເປັນຜູ້ຮັບ.
ໂອກາດນີ້, ທ່ານ ຮອງລັດຖະມົນຕີ ຮສສ ໄດ້ຂອບໃຈ ຕໍ່ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳແຊຣິງ ສ ເກົາຫລີ, ສະຖານີປ້ອງກັນ ແລະ ຄວບຄຸມດັບເພີງ ແຂວງຊຸງຊອງນຳໂດ ສ. ເກົາຫລີ ທີ່ໃຫ້ການຊ່ວຍເຫລືອໃນຄັ້ງນີ້ ກໍຄືໄລຍະຜ່ານມາ ເພື່ອປະກອບສ່ວນເຂົ້າໃນການອໍານວຍຄວາມສະດວກໃຫ້ແກ່ການບໍລິການ ແລະ ໃຫ້ການຊ່ວຍເຫລືອປະຊາຊົນ ແລະ ສັງຄົມໃຫ້ມີປະສິດທິຜົນດີກວ່າເກົ່າ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ພາຫະນະ ພ້ອມອຸປະກອນເຫຼົ່ານີ້ໃຫ້ມີປະສິດທິຜົນສູງສຸດ.