ເຈົ້າໜ້າທີ່ສະເພາະກິດເມືອງສີສັດຕະນາກລົງຈັດສັນ ຄວາມບໍ່ເປັນລະບຽບຕາມເສັ້ນທາງຕ້ອນຮັບປີທ່ອງທ່ຽວລາວ

ວັນທີ 19 ຕຸລານີ້, ເຈົ້າໜ້າ ສະເພາະກິດ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ລົງ ຈັດສັນຄວາມບໍ່ເປັນລະບຽບຕາມ ເສັ້ນທາງຕ່າງໆ, ໂດຍສະເພາະ ແມ່ນຢູ່ເຂດຕະຫລາດ ຂົວດິນ ບ້ານ ວັດຈັນ ເພື່ອຕ້ອນຮັບປີທ່ອງທ່ຽວ ລາວ, ໂດຍໄດ້ໂຄສະນາໃຫ້ຊາວ ຄ້າຂາຍຮັກສາຄວາມສະອາດ ແລະ ຫ້າມບໍ່ໃຫ້ນຳເອົາເຄື່ອງມາ ຂາຍຊະຊາຍໃນເຂດດັ່ງກ່າວ.
+ ສົ່ງເສີມການທ່ອງທ່ຽວຕ້ອງຕິດພັນ ກັບການຜະລິດຂອງທີ່ລະນຶກໃຫ້ຫລາກຫລາຍ
+ ລາວຈະໃຊ້ງົບຫລາຍກວ່າ 22 ຕື້ກີບ ຈັດກິດຈະກຳປີທ່ອງທ່ຽວລາວ 2018
ທ່ານ ຫົວໜ້າຫ້ອງການປົກ ຄອງເມືອງ ສີສັດຕະນາກ ໃຫ້ຮູ້ ວ່າ: ໃນປີ 2018 ລາວຈະເປີດ ປີ ທ່ອງທ່ຽວ, ສະນັ້ນເພື່ອຄວາມ ສະອາດຈົບງາມ ຈິ່ງໄດ້ລົງໂຄ ສະນາໃຫ້ປະຊາຊົນມາມີສ່ວນ ຮ່ວມໃນການຮັກສາຄວາມສະ ອາດ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງຕົວເມືອງ, ໂດຍ ສະເພາະໃນເຂດຕະຫລາດຂົວ ດິນ, ເສັ້ນທາງຄູວຽງ, ເສັ້ນທາງ ລາວ-ໄທ ເຊິ່ງຍັງພົບເຫັນມີ ຊາວຄ້າຂາຍຈຳນວນໜຶ່ງ ນຳ ເອົາລົດມາຈອດຂາຍເຄື່ອງຕາມ ເສັ້ນທາງດັ່ງກ່າວ, ອັນເຮັດໃຫ້ ເກີດຄວາມແອອັດ ແລະ ຂາດ ຄວາມເປັນລະບຽບຮຽບຮ້ອຍ ເຊິ່ງຜ່ານມາຍັງພົບເຫັນ ມີກຸ່ມຄົນ ຈຳນວນໜຶ່ງແອບລັກລອບຫລິ້ນ ການພະນັນ ຕາມເສັ້ນທາງດັ່ງ ກ່າວ ເຊິ່ງຈະຕ້ອງໄດ້ຮີບຮ້ອນ ປັບປຸງແກ້ໄຂໂດຍໄວເພື່ອຮອງ ຮັບປີທ່ອງທ່ຽວ 2018 ທີ່ຈະ ເປີດຂຶ້ນພ້ອມໆກັບງານບຸນພະ ທາດຫລວງໃນທ້າຍປີນີ້ເພື່ອທົ່ວ ສັງຄົມເປັນເຈົ້າການຮັກສາ ຄວາມສະອາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງຕົວເມືອງດີຂຶ້ນ.