ເມືອງແກ່ນທ້າວສັ່ງຢຸດເຊົາກິດຈະການກິນດື່ມ-ບັນເທີງ ບໍ່ຖືກລະບຽບຈຳນວນຫລາຍຮ້ານ

ປະຕິບັດຕາມບົດບັນທຶກ ກອງປະຊຸມອົງການປົກຄອງ ເມືອງແກ່ນ ທ້າວ ແຂວງໄຊຍະ ບູລີ ສະບັບເລກທີ 449/ຫວມ, ລົງວັນທີ 2 ຕຸລາ 2017, ບົດບັນ ທຶກກອງປະຊຸມຄະນະກຳມະ ການຕ້ານ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ໃນສັງຄົມຄັ້ງວັນທີ 3 ຕຸ ລາ 2017 ແລະ ບົດບັນທຶກ ກອງປະຊຸມປຶກສາຫາລືກ່ຽວກັບ ການ ດຳ ເນີນກິດຈະການກິນດື່ມ -ບັນເທິງ ຢູ່ພາຍໃນ ເມືອງແກ່ນ ທ້າວ ຄັ້ງວັນທີ 12 ຕຸລາ 2017, ເຫັນວ່າໄລຍະຜ່ານມາຢູ່ຮ້ານ ບັນເທີງດັ່ງກ່າວເກີດມີປະກົດ ການຫຍໍ້ທໍ້ທາງສັງຄົມເກີດຂຶ້ນ ອັນເປັນໜໍ່ແໜງຂອງຄວາມບໍ່ ສະຫງົບໃນສັງຄົມ.
+ ແຂວງໄຊຍະບູລີໃຫ້ເວລາຕື່ມອີກ 2 ປີແກ່ຜູ້ລົງທຶນປູກກ້ວຍກ່ອນສັ່ງຢຸດຕິຖາວອນ
+ ຮ້ານອາຫານສະມູດ ມອບເຄື່ອງກິລາໃຫ້ ປກສ ກຸ່ມເພຍວັດ
ດ້ວຍເຫດນີ້ ກອງປະຊຸມອົງການປົກຄອງ ເມືອງແກ່ນ ທ້າວ ໄດ້ມີຄວາມ ຄິດເຫັນເປັນ ເອກະພາບກັນໃນ ການແກ້ໄຂ ແລະ ໄດ້ມອບຄວາມ ຮັບຜິດຊອບ ໃຫ້ຄະນະກຳ ມະ ການຕ້ານ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ສັງຄົມ, ນຳໄປຄົ້ນ ຄວ້າປຶກສາຫາລື ແລະ ແກ້ໄຂ ບັນຫາດັ່ງກ່າວ ແລະ ມາໃນວັນ ທີ 17-18 ຕຸລານີ້, ທາງຫ້ອງ ການຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ຫ້ອງການ ອຸດສາຫະກຳ ແລະ ການຄ້າ ແລະ ຫ້ອງການການ ເງິນເມືອງ ສົມທົບກັບອຳນາດການປົກ ຄອງ ບ້ານທີ່ກ່ຽວຂ້ອງລົງກວດ ກາຕົວຈິງ ແລະ ເຮັດບັນທຶກ ກັບຜູ້ປະກອບການດ້ານກິນດື່ມ- ບັນເທີງ ທີ່ເປັນສາເຫດ ໜຶ່ງຂອງ ການກໍ່ໃຫ້ເກີດມີຄວາມບໍ່ສະ ຫງົບໃນສັງຄົມ ແລະ ດຳເນີນທຸ ລະກິດບໍ່ຖືກເປົ້າໝາຍໃຫ້ຢຸດ ເຊົາກິດຈະການແລ້ວຫັນໄປເຮັດ ບໍລິການດ້ານອື່ນ ທີ່ເຫັນວ່າ ປອດ ໄພ, ບໍ່ມີຄວາມສ່ຽງທີ່ຈະນຳຜົນ ເສຍຫາຍມາໃຫ້ແກ່ຕົນເອງ, ສັງຄົມ ແລະ ອຳນາດການປົກ ຄອງໃຫ້ຢຸດເຊົາການບັນເທີງ ຈຳນວນ 8 ຮ້ານ, ສ່ວນສອງ ຮ້ານແມ່ນຢຸດເຊົາໄປກ່ອນໜ້າ ນີ້ ແລ້ວ.