ກັກຕົວສາວໄວ 23 ປີ ຄ້າຂາຍກະທ່ອມ ພ້ອມຢຶດໃບກະທ່ອມ ແລະ ນ້ຳຢາປະສົມກະທ່ອມ


ເຈົ້າໜ້າທີ່ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ລາຍງານວ່າ: ເມື່ອວັນທີ 8 ພຶດສະພາ 2024 ເຈົ້າໜ້າທີ່ປະຈຳຈຸດກວດກາບ້ານນາດີ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ລັດກວດລົດເມປ້າຍທະບຽນ ບຂ 2882 ກຳແພງນະຄອນ ທີ່ແລ່ນມາແຕ່ຫລັກຊາວເມືອງຄຳເກີດ ມຸ່ງໜ້າມາທາງບ້ານນາດີ, ພົບເຫັນແກັດສີເຫລືອງ 1 ແກັດ ທາງໃນມີໃບກະທ່ອມ, ຜ່ານການກວດກາຮູ້ໄດ້ວ່າເຄື່ອງດັ່ງກ່າວເປັນ ນາງ ພຸດດາວອນ ຫລື ນ້ຳຝົນ ອາຍຸ 23 ປີ ຢູ່ບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ.
ຈາກນັ້ນເຈົ້າໜ້າທີ່ ປກສ ໄດ້ຕິດຕາມນຳຫາເຈົ້າຂອງພົບເຫັນ ນາງ ພຸດດາວອນ ຍ່າງມາເອົາເຄື່ອງຈຶ່ງໄດ້ເຂົ້າຄຸມຕົວຜູ້ກ່ຽວເພື່ອເມືອເຮືອນ ແລ້ວຂໍອະນຸຍາດກວດຄົ້ນເຄຫະສະຖານ,ຜ່ານການກວດຄົ້ນກໍ່ພົບເຫັນຂອງກາງໃບກະທ່ອມ 6 ຖົງນ້ອຍນ້ຳໜັກ 4,1 ກິໂລ ແລະ ນ້ຳຢາດີໄອ 24 ແກ້ວ ທີ່ຊຸກເຊື່ອງໄວ້ໃນເຮືອນ.
ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວພ້ອມຂອງກາງແລ້ວນຳມາຫ້ອງການ ປກສ ເມືອງ ເພື່ອສືບສວນ-ສອບສວນ ແລະ ປະຕິບັດຕາມລະບຽບກົດໝາຍຕໍ່ໄປ.