IEA ຫລຸດຄາດຄະເນການເຕີບໃຫຍ່ອຸປະສົງນໍ້າມັນທົ່ວໂລກໃນປີ 2024

ອົງກອນພະລັງງານສາກົນ (IEA) ເຊິ່ງຕັ້ງຢູ່ນະຄອນຫລວງປາຣີສ ປະເທດຝຣັ່ງ ຫລຸດຄາດຄະເນອຸປະສົງນໍ້າມັນທົ່ວໂລກໃນປີ 2024 ຫລັງພົບວ່າ: ຄວາມຕ້ອງການນໍ້າມັນໃນປະເທດເຂດເສດຖະກິດທີ່ພັດທະນາແລ້ວຫລຸດລົງ ເນື່ອງຈາກລະດູໜາວທີ່ບໍ່ຮຸນແຮງ ແລະ ຈໍານວນລົດທີ່ໃຊ້ນໍ້າມັນກາຊວນຫລຸດລົງ.
ວັນທີ 17 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: IEA ລາຍງານຄວາມຕ້ອງການນໍ້າມັນທົ່ວໂລກວ່າ: ຈະເຕີບໃຫຍ່ຊ້າກວ່າການຄາດຄະເນໄວ້ໃນປີ 2024 ພາຍຫລັງຄວາມຕ້ອງການໃນປະເທດເສດຖະກິດທີ່ພັດທະນາແລ້ວຫລຸດລົງໃນໄຕມາດທໍາອິດ ເນື່ອງຈາກລະດູໜາວທີ່ບໍ່ຮຸນແຮງ ແລະ ຈໍານວນລົດທີ່ໃຊ້ນໍ້າມັນກາຊວນຫລຸດລົງ.
ກ່ອນໜ້ານີ້, ອົງກອນພະລັງງານສາກົນ ໄດ້ຄາດຄະເນວ່າ: ຄວາມຕ້ອງການນໍ້າມັນຈະເພີ່ມຂຶ້ນ 1,1 ລ້ານບາເຣລຕໍ່ວັນ, ແຕ່ໃນລາຍງານຂອງເດືອນເມສາພົບວ່າມີຄວາມຕ້ອງການໜ້ອຍກວ່າການຄາດຄະເນໄວ້ 140.000 ບາເຣລຕໍ່ວັນ. ນອກຈາກນີ້ ໄດ້ຄາດຄະເນວ່າໃນປີນີ້ຄວາມຕ້ອງການນໍ້າມັນທົ່ວໂລກຈະສູງເຖິງ 103 ລ້ານບາເຣລຕໍ່ວັນ.
ຂະນະດຽວກັນ, ຄວາມຕ້ອງການໃນປະເທດສະມາຊິກຂອງອົງການເພື່ອການຮ່ວມມື ແລະ ພັດທະນາທາງເສດຖະກິດ (OECD) ຫລຸດລົງ 70.000 ບາເຣລຕໍ່ວັນ ໃນໄລຍະ 3 ເດືອນທໍາອິດຂອງປີ “ລະດູໜາວທີ່ບໍ່ຮຸນແຮງໃນປະຫວັດສາດ ສົ່ງຜົນຕໍ່ຄວາມຕ້ອງການນໍ້າມັນ ເພື່ອສ້າງຄວາມອົບອຸ່ນໃນປະເທດ OECD” ລາຍງານລະບຸ.
ນອກຈາກນັ້ນ, ລາຍງານເປີດເຜີຍວ່າ: ອຸປະສົງນໍ້າມັນຍັງໄດ້ຮັບຜົນກະທົບຈາກ “ອຸປະສັກທາງໂຄງສ້າງ” ເຊັ່ນ: ປະສິດທິພາບຍານພາຫະນະທີ່ເພີ່ມຂຶ້ນ ແລະ ສ່ວນແບ່ງຂອງລົດນໍ້າມັນກາຊວນຫລຸດລົງ “ການຂະຫຍາຍຕົວຊ້າເຫລົ່ານີ້ເຫັນໄດ້ຊັດເຈນ ໂດຍສະເພາະຢູ່ເອີຣົບ, ແຕ່ຄວາມຕ້ອງການຂອງນໍ້າມັນກາຊວນອ່ອນແອກວ່າການຄາດຄະເນໄວ້ໃນຕະຫລາດຫລັກອື່ນໆຫລາຍແຫ່ງ”.
ຂະນະທີ່ຈີນ ປະເທດທີ່ມີເສດຖະກິດຂະໜາດໃຫຍ່ເປັນອັນດັບ 2 ຂອງໂລກ ຄາດວ່າຈະເປັນຜູ້ນໍາໃນການເພີ່ມອຸປະສົງ ດ້ວຍຄວາມຕ້ອງການທີ່ເຕີບໃຫຍ່ເຖິງ 510.000 ບາເຣລຕໍ່ວັນ ໃນປີ 2024 ແລະ 360.000 ບາເຣລຕໍ່ວັນ ໃນປີ 2025 ເຖິງວ່າຈະຕໍ່າກວ່າຕົວເລກ 1,7 ລ້ານບາເຣລຕໍ່ວັນ ໃນປີ 2023 ກໍຕາມ.
ເຖິງຢ່າງໃດກໍດີ, ການຄາດຄະເນຂອງ IEA ໃນປີ 2025 ຍັງບໍ່ປ່ຽນແປງ ໂດຍຄາດວ່າອຸປະສົງທົ່ວໂລກຈະເພີ່ມຂຶ້ນຈາກ 1,2 ລ້ານບາເຣລຕໍ່ວັນ ເປັນ 104 ລ້ານບາເຣລຕໍ່ວັນ.