ທ່ານ ສອນໄຊ ສີພັນດອນ ສົ່ງສານຊົມເຊີຍ ທ່ານ ລໍເຣນສ ວອງ ນາຍົກສິງກະໂປຄົນໃໝ່

ວັນທີ 17 ພຶດສະພາ 2024 ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ລໍເຣນສ ວອງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ທີ່ ສິງກະໂປ ຊຶ່ງມີເນື້ອໃນວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ທ່ານ ເນື່ອງໃນໂອກາດທີ່ ທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບ ທ່ານຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນການພົວພັນອັນດີ ແລະ ການຮ່ວມມືອັນໃກ້ຊິດຂອງພວກເຮົາ ຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄື ຄອບຄົວອາຊຽນ ແນໃສ່ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ໃຫ້ນັບມື້ນັບເພີ່ມຂຶ້ນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະ ຫຼາດສ່ອງໃສຂອງທ່ານ, ສາທາລະນະລັດ ສິງກະໂປ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະ ເລີນຮຸ່ງເຮືອງຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ຫວັງວ່າຈະໄດ້ພົບປະກັບ ທ່ານໃນອະນາຄົດອັນໃກ້ນີ້.