ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ

ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ - 435909055 3796989977246574 6650478238433078869 n - ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ
ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ - kitchen vibe - ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ

ໂດຍ: ຜາຕຸງ

ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ບໍ່ວ່າດ້ວຍການໃຊ້ອາລົມຈິດ ການຂົ່ມເຫັງຄຸກຄາມ ລວນລາມທາງເພດ, ການນຳໃຊ້ແຮງງາານ ແລະອື່ນໆ ແຕ່ສິ່ງທີີ່ຮ້າຍແຮງເຖິງຂັ້ນເລືອດຕົກຢາງອອກກໍແມ່ນການໃຊ້ຄວາມຮຸນແຮງດ້ວຍການທຸບຕີໃຫ້ບາດເຈັບ ທັງໝົດນັ້ນລ້ວນແລ້ວແຕ່ເປັນສິ່ງທີ່ໜ້າລັງກຽດ ແລະ ສົມກວນແກ່ການກ່າວປະນາມໂຈມຕີຈາກສັງຄົມ, ມີຄວາມຜິດທາງອາຍາ ແລະ ຄວນມີການປັບໃໝໃສ່ໂທດຕໍ່ຜູ້ລະເມີດຢ່າງເດັດຂາດ ເພາະຕາມທຳມະດາແລ້ວ ທັງແມ່ຍິງ, ເດັກນ້ອຍ ຫລື ເດັກນ້ອຍຍິ່ງ ຄວນໄດ້ຮັບການປົກປ້ອງສິດທິຂອງພວກເຂົາ ແຕ່ພວກເຮົາຊໍ້າພັດມັກເຫັນເຫດການບໍ່ເພີງປາຖະໜາໃຫ້ເຫັນເປັນໄລຍະ ດ້ວຍຫຼາຍຮູບແບບ ຊຶ່ງປາກົດການນີ້ຈະມີໃຫ້ເຫັນຜ່ານສັງຄົມອອນລາຍເລື້ອຍໆ.

ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ - Visit Laos Visit SALANA BOUTIQUE HOTEL - ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ
ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ - Visit Laos Visit SALANA BOUTIQUE HOTEL - ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ

ເຫດການທີ່ໂດ່ງດັງຫລ້າສຸດຄືໃນວັນທີ 10 ພຶດສະພາ 2024 ຜ່ານມາ ມີຄລິບຜູ້ໃຫຍ່ໄດ້ນຳພາເດັກນ້ອຍຍິງທີ່ນຸ່ງຊຸດນັກຮຽນໄດ້ຮ່ວມວົງກິນດື່ມນຳ ພ້ອມທັງມີພຶດຕິກຳສະແດງອອກໃນທາງບໍ່ເໝາະສົມ ໂດຍໃຫ້ເດັກນ້ອຍຍິງກິນດື່ມສິ່ງມຶນເມົາຮ່ວມວົງ, ລວນລາມ ແລະ ອື່ນໆ ເຊິ່ງເປັນພຶດຕິກຳເຂົ້າຂ່າຍລວລາມ, ຊຶ່ງການກະທຳດັ່ງກ່າວ ເຖິງແມ່ນວ່າ ເດັກນ້ອຍຈະເຕັມໃຈ ຫລື ບໍ່ເຕັມໃຈ ລ້ວນແຕ່ເປັນການກະທຳຜິດທາງກົດໝາຍ.

ເດັກນ້ອຍຍິງທີ່ປາກົດໃນຄລິບດັ່ງກ່າວ ອາດຍັງບໍ່ທັນບັນລຸນິຕິພາວະດ້ວຍດ້ວຍຊໍ້າ ເຊິ່ງຜາຕຸງເອງເຫັນແລ້ວກໍເກີດມີຄວາມຮູ້ສຶກເສົ້າໃຈ ແລະ ໂກດແຄ້ນຕໍ່ ພຶດຕິກຳຂອງຜູ້ໃຫຍ່ເປັນຢ່າງຍິ່ງ ທີ່ກະທຳ ຕໍ່ລູກຫຼານບ້ານເມືອງ ຜູ້ເປັນໜໍ່ແໜງອັນສົດໃສຂອງປະເທດຊາດ ໃນທາງທີ່ບໍ່ເໝາະສົມບໍ່ຄວນ, ເປັນການຢຽບຢໍ່າກຽດສັກສີ ແລະ ທ້າທາຍກົດໝາຍ, ການສຶກສາສູງນັ້ນບໍ່ສາມາດຊ່ວຍຂູດເກົາຈິດໃຈຂອງຜູ້ໃຫຍ່ທີ່ເຫັນແກ່ຕົວຄືແນວນີ້ດີຂຶ້ນເລີຍ ກົງກັນຂ້າມ ຍັງສ້າງຄວາມເສື່ອມເສຍຕໍ່ອົງກອນ, ຕໍ່ວົງຕະກຸນ ເຊິ່ງບໍ່ສົມຄວນທີຈະໃຫ້ມີເຫດການເຊັ່ນນີ້ເກີດຂຶ້ນເລີຍ. ການກະທຳຂອງຜູ້ໃຫຍ່ກຸ່ມດັ່ງກ່າວ ເພາະເຫັນວ່າເປັນການກະທຳທີ່ບໍ່ເໝາະສົມ ບໍ່ສົມກັບເປັນບຸກຄົນທີ່ສັງຄົມນັບຖື ມີການສະແດງອອກໃນທາງລວນລາມ ເດັກ ແລະ ເດັກທຸກໆຄົນທີ່ມີອາຍຸຕ່ຳກວ່າ 18 ປີ ແມ່ນມີສິດຕາມທີ່ໄດ້ກຳນົດໄວ້ໃນສົນທິສັນຍາວ່າດ້ວຍສິດທິເດັກ ແລະ ຜູ້ກະທຳຜິດສົມຄວນຕ້ອງໄດ້ຮັບໂທດຕາມກົດໝາຍ.

ເຫດການທ່ີເກີດຂຶ້ນນີ້ໄດ້ຫລາຍວັນຜ່ານມາແລ້ວ ແລະ ສັງຄົມສັງຄົມໄດ້ກ່າວຕຳນິວິຈານ, ກ່າວປະນາມຢ່າງກວ້າງຂວາງ ແຕ່ຍັງບໍ່ມີພາກສ່ວນກ່ຽວຂ້ອງໃດອອກມາເວົ້າເຖິງຢ່າງເປັນຈິງເປັນຈັງ ເພື່ອສະແດງອອກໃນການປົກປ້ອງສິດທິເດັກເທົ່າທີ່ຄວນ ແຖມຍັງໄດ້ຍິນວ່າ ບຸກຄົນທີ່ເປັນຜູ້ໃຫຍ່ໃນພາບນັ້ນຍັງມີເສັ້ນສາຍລາຍລ່ອງຢູ່ຂັ້ນເມືອງຢ່າງໜາແໜ້ນ ແລະ ໃນຂະນະດຽວກັນກໍໄດ້ຍິນຂ່າວວ່າ ຜູ້ຖ່າຍຄລິບຖືກນຳຕົວໄປສຶກສາອົບຮົມ ໃນຖານທີ່ເຮັດໃຫ້ຜູ້ກ່ຽວເສຍຊື່ສຽງ ອັນນີ້ຍັງເປັນຂໍ້ມູນທີ່ບໍ່ຈະແຈ້ງ ຖ້າຫາກເປັນຄວາມຈິງ ຖືວ່າສັງຄົມເຮົາຕົກຕໍ່າຫລາຍສົມຄວນ ແລະ ເປັນການບໍ່ຍຸຕິທຳຢ່າງຍິ່ງເລີຍທີ່ກ່າວໂທດແຕ່ຜູ້ຖ່າຍຄລິບ ເພາະຖ້າຫາກບໍ່ມີການຖ່າຍຄລິບເປີດໂປງ ພວກເຮົາໃນສັງຄົມຈະບໍ່ເຫັນຕິກຳອັນຕໍ່າຊາມຂອງບາງຄົນທີ່ມີຕໍ່ເດັກນ້ອຍ ແລະ ຜູ້ກ່ຽວອາດໄປກະທຳຜິດຊໍ້າໆໃນຄັ້ງຕໍ່ໆໄປອີກກໍເປັນໄດ້ ຜູ້ກ້າອອກມາປະຈານຄວາມຜິດຂອງບຸກຄົນ ຄວນໄດ້ຮັບການປົກປ້ອງ ບໍ່ແມ່ນການປົກປິດຄົນຜິດ.

ຢ່າງໃດກໍຕາມ ທັງໝົດນີ້ລ້ວນແຕ່ລໍຖ້າພາກສ່ວນກ່ຽວຂ້ອງ ຊີ້ແຈງເພື່ອຄວາມກະຈ່າງແຈ້ງແກ່ສັງຄົມຕໍ່ໄປ ຫວັງວ່າເລື່ອງນີ້ຈະໄດ້ຮັບການເບິ່ງແຍງດຳເນີນການຕາມລະບຽບກົດໝາຍ ບໍ່ງຽບຫາຍໄປຕາມການເວລາ ຄືດັ່ງບາງເລື່ອງທີ່ຜ່ານມາ.

ການປົກປ້ອງສິດທິເດັກຈາກການຖືກຈຳແນກ ແລະ ລັງກຽດ, ເດັກມີສິດໄດ້ຮັບການດູແລ, ອົບຮົມສັ່ງສອນຈາກພໍ່ແມ່ ແລະ ຄອບຄົວ, ເດັກມີສິດຮັບການປົກປ້ອງຈາກການໃຊ້ຄວາມຮຸນແຮງ ແລະ ການທາລຸນໃນທຸກຮູບການ ເປັນໜ້າທີ່ຂອງທຸກຄົນ. ດັ່ງນັ້ນ, ຕໍ່ການກະທຳທີ່ບໍ່ເໝາະສົມຕໍ່ເດັກທຸກຮູບແບບ ຈຶ່ງສົມຄວນໄດ້ຮັບການແກ້ໄຂໂດຍໄວ ນຳເອົາຜູ້ປະພຶດຕົນບໍ່ດີຕໍ່ເດັກມາລົງໂທດຢ່າງເໝາະສົມ ຢ່າໃຫ້ກາຍເປັນແບບຢ່າງອັນບໍ່ດີແກ່ຄົນຮຸ່ນສືບທອດຕໍ່ໄປ.

ຕະຫລອດໄລຍະຜ່ານມາພັກ-ລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ແມ່ຍິງ ແລະ ເດັກຍິງ ໂດຍສະເພາະແມ່ນແມ່ຍິງຊົນເຜົ່າ ໃຫ້ຄວາມສຳຄັນຕໍ່ສິດສະເໝີພາບ ແລະບົດບາດ ຍິງ-ຊາຍ ເທົ່າທຽມກັນໃນທຸກດ້ານ ເຮັດໃຫ້ແມ່ຍິງລາວ ສາມາດ ເຂົ້າເຖິງ ການສຶກສາ, ສາທາລະນະສຸກ ແລະ ອື່ນໆລວມທັງ ເສີມຂະຫຍາຍຄວາມຮູ້ຄວາມສາມາດ, ມີວິຊາຊີບ, ມີວຽກເຮັດງານທຳ ເພື່ອໃຫ້ເຂົາເຈົ້າສາມາດເຄື່ອນໄຫວສ້າງລາຍຮັບອັນໝັ້ນຄົງໃຫ້ຄອບຄົວ ແລະປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າຂື້ນໄປເລື້ອຍໆ, ຈົ່ງຢຸດຕິທູກການກະທຳທີ່ໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍ ໂດຍສະເພາະແມ່ນເດັກຍິງ.

ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ - 3 - ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ
ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ - 5 - ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ
ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ - 4 - ສົມຄວນແກ່ການເປີດໂປງ ບໍ່ແມ່ນປົກປ້ອງ ແລະ ປົກປິດຜູ້ມີພຶດຕິກຳບໍ່ເໝາະສົມ ແລະ ລະເມີດຕໍ່ສິດທິເດັກນ້ອຍຍິງ