ຣັດເຊຍຍິນດີສົນທະນາກັບຝ່າຍຕາເວັນຕົກບົນພື້ນຖານສະເໝີພາບກັນ

ວັນທີ 18 ພຶດສະພາ 2024 ຢູ່ນະຄອນຫລວງມົດສະກູປະເທດຣັດເຊຍ, ທ່ານ ເຊີແກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ຢືນຢັນວ່າ: ຣັດເຊຍຍິນດີສົນທະນາກັບຝ່າຍຕາເວັນຕົກກ່ຽວກັບບັນຫາຄວາມໝັ້ນຄົງ ແລະ ສະຖຽນລະພາບທາງດ້ານຍຸດທະສາດບົນພື້ນຖານສະເໝີພາບກັນ.
ທ່ານ ລັຟລົຟ ກ່າວວ່າ: ຣັດເຊຍຍິນດີສົນທະນາກັບຝ່າຍຕາເວັນຕົກ, ລວມທັງປືກສາຫາລືບັນຫາຄວາມໝັ້ນຄົງ ແລະ ສະຖຽນລະພາບທາງດ້ານຍຸດທະສາດ, ແຕ່ວ່າການສົນທະນາດັ່ງກ່າວບໍ່ຄວນດຳເນີນຢູ່ບົນພື້ນຖານກຳລັງຕົວຈິງ ແລະ ຖານະຂອງປະເທດ ກໍຄື ລັກສະນະປັດເຂ່ຍປະເທດອື່ນ, ຄວນດຳເນີນຢູ່ບົນພື້ນຖານສະເໝີພາບກັນ ແລະ ເຄົາລົບນັບຖືຜົນປະໂຫຍດຂອງແຕ່ລະຝ່າຍ. ທ່ານກ່າວຕື່ມວ່າ: ຣັດເຊຍ ແລະ ຝ່າຍຕາເວັນຕົກພວມເປັນປໍລະປັກກັນໃນດ້ານການທະຫານ ແລະ ການເມືອງຢ່າງຮອບດ້ານ. ຝ່າຍຕາເວັນຕົກທີ່ນຳພາໂດຍອາເມຣິກາບໍ່ໄດ້ປະຖິ້ມເປົ້າໝາຍທີ່ເຂົາເຈົ້າໄດ້ອ້າງວ່າ “ເຮັດໃຫ້ຣັດເຊຍປະສົບຄວາມລົ້ມເເຫລວດ້ານຍຸດທະສາດ, ລວມທັງ ແຕ່ບໍ່ຈຳກັດສະເພາະດ້ານການທະຫານເທົ່ານັ້ນ.” ການທີ່ຝ່າຍຕາເວັນຕົກເພີ່ມການສະໜອງອາວຸດໄລຍະໄກໃຫ້ແກ່ອູແກຣນນັ້ນເປັນ “ສັນຍານທີ່ຍັງບໍ່ທັນພ້ອມຈະສົນທະນາກັບຣັດເຊຍຢ່າງຈິງຈັງ”. ທ່ານກ່າວວ່າ, ຣັດເຊຍຈະປົກປ້ອງຜົນປະໂຫຍດຂອງປະເທດຕົນ.
ແຫລງຂ່າວ: CMG FM93 ຂອງຈີນ ປະຈຳລາວ