ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ - 4455 - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ - kitchen vibe - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ

ວັນທີ 20 ພຶດສະພາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລີ ປີງຈຸ່ນ ຮອງເລຂາພັກແຂວງ, ເຈົ້າແຂວງກຸ້ຍໂຈວ ສປ ຈີນ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ລີ ປີງຈຸ່ນ ທີ່ໄດ້ນຳພາຄະນະເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງທາງກວ້າງ ແລະ ທາງເລິກ ໂດຍສະເພາະ ລະຫວ່າງ ສປປ ລາວ ກັບ ແຂວງກຸ້ຍໂຈ ເປັນຕົ້ນ ການຮ່ວມມື້ດ້ານການທ່ອງທ່ຽວ, ການຄ້າ, ການລົງທຶນ, ກະສິກຳ, ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນຕ່າງໆ, ການປະຕິບັດໂຄງການລົງທຶນ ຂອງພາກທຸລະກິດແຂວງກຸ້ຍໂຈ ຢູ່ ສປປ ລາວ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ - Visit Laos Visit SALANA BOUTIQUE HOTEL - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ - Visit Laos Visit SALANA BOUTIQUE HOTEL - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ

ໂອກາດດຽວກັນ, ທ່ານ ລີ ປີງຈຸ່ນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ແຈ້ງໃຫ້ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບສະພາບພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງກຸ້ຍໂຈ, ລວມທັງ ການພົວພັນຮ່ວມມື ແລະ ການຈັດຕັ້ງປະຕິບັດບັນດາໂຄງການ ຢູ່ ສປປ ລາວ ຕື່ມອີກ.

ຂ່າວ: ປະເທດລາວ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ - 4 - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ - 5 - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ - 3 - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ