ແອສຕຣາເຊເນກາ ກຽມເປີດໂຮງງານຜະລິດຢາປິ່ນປົວພະຍາດມະເຮັງ ມູນຄ່າ 1.500 ລ້ານໂດລາ ຢູ່ສິງກະໂປ

ແອສຕຣາເຊເນກາ ບໍລິສັດຢາຍັກໃຫຍ່ຈາກອັງກິດ ມີແຜນສ້າງໂຮງງານມູນຄ່າ 1.500 ລ້ານໂດລາ ຢູ່ສິງກະໂປ ເພື່ອເປັນຖານການຜະລິດຢາປິ່ນປົວພະຍາດມະເຮັງແບບຄົບວົງຈອນທາງການຄ້າແຫ່ງທໍາອິດຢ່າງເຕັມຮູບແບບ.
ວັນທີ 21 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ແອສຕຣາເຊເນກາ ອອກຖະແຫລງການວ່າ: ມີແຜນກໍ່ສ້າງໂຮງງານມູນຄ່າ 1.500 ລ້ານໂດລາສະຫະລັດ ຢູ່ສິງກະໂປ ເພື່ອຜະລິດຢາປິ່ນປົວພະຍາດມະເຮັງແຫ່ງອະນາຄົດ.
ໂຮງງານແຫ່ງນີ້ຈະພ້ອມນໍາໃຊ້ພາຍໃນປີ 2029 ໂດຍຈະຜະລິດຄອນຈູເກດຂອງແອນຕິບໍດີຢາ (ADC) ເຊິ່ງເປັນວິທີປິ່ນປົວແບບໃໝ່ ທີ່ມີທ່າອ່ຽງວ່າຈະສາມາດໂຈມຕີເຊລມະເຮັງໄດ້ໂດຍບໍ່ທໍາລາຍເຊລສຸຂະພາບດີ, ຍິ່ງໄປກວ່ານັ້ນ ໂຮງງານແຫ່ງນີ້ຈະເປັນ “ສະຖານທີ່ຜະລິດ ADC ແບບຄົບວົງຈອນແຫ່ງທໍາອິດຂອງແອສຕຣາເຊເນກາ ເຊິ່ງຈະດໍາເນີນຂະບວນການຜະລິດໃນທາງການຄ້າຢ່າງເຕັມຮູບແບບ”.
ຖະແຫລງການລະບຸອີກວ່າ: ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກຄະນະກໍາມະການພັດທະນາເສດຖະກິດຂອງສິງກະໂປ (EDB). ເຖິງຢ່າງໃດກໍດີ, ບໍລິສັດບໍ່ໄດ້ເປີດເຜີຍລາຍລະອຽດກ່ຽວກັບແຮງຈູງໃຈຂອງລັດຖະບານໃນການລົງທຶນຄັ້ງນີ້.
ຍິ່ງໄປກວ່ານັ້ນ, ແອສຕຣາເຊເນກາ ລະບຸວ່າ: ຈະເຮັດວຽກຮ່ວມກັບລັດຖະບານສິງກະໂປ ແລະ ພັນທະມິດອື່ນໆ ເພື່ອເຮັດໃຫ້ໂຮງງານແຫ່ງນີ້ເປັນມິດຕໍ່ສິ່ງແວດລ້ອມ ໂດຍການອອກແບບໃຫ້ມີການປ່ອຍແກັສກາກບອນເປັນສູນນັບແຕ່ມື້ທໍາອິດທີ່ດໍາເນີນງານ.