ລັກສະນະຂອງພໍ່ແມ່ທີ່ເຮັດໃຫ້ລູກຕິດເກມ
October 20, 2017 - 11:17 AM

ຈາກສະຖານະການເດັກນ້ອຍຕິດເກມ ພົບວ່າ : ປັດໄຈທີ່ມີສ່ວນໃນການເພີ່ມຄວາມສ່ຽງໃຫ້ເດັກນ້ອຍມີໂອກາດຕິດເກມແມ່ນ ການລ້ຽງດູຂອງຄອບຄົວ ເຊິ່ງພໍ່ແມ່ມີບົດບາດໜ້າທີ່ຫລັກໃນການອົບຮົມສັ່ງສອນ.
- ພໍ່ແມ່ຄາວຽກ : ແມ່ນພໍ່ແມ່ທີ່ຄິດ ຫລື ອ້າງວ່າໂຕເອງຄາວຽກ ມີພາລະໜ້າທີ່ເປັນຂອງຕົນເອງ, ບໍ່ຢາກໃຫ້ລູກມາກວນ ຫລື ວົນນຳຫລາຍ ໂດຍຈະໃຊ້ອຸປະກອນໄອທີ, ໂທລະພາບ, ເກມ, ສະມາດໂຟນ, ໄອແພັດ ເປັນດັ່ງຄົນເບິ່ງລູກແທນຕົນເອງຈຶ່ງຈະມີເວລາສ່ວນໂຕຫລາຍຍິ່ງຂຶ້ນ.
- ພໍ່ແມ່ທີີ່ຮູ້ເທົ່າບໍ່ເຖິງການ : ມັກຈະເຂົ້າໃຈວ່າເດັກນ້ອຍສະໄໝນີ້ຈໍາເປັນຈະຕ້ອງນໍາທັນເຕັກໂນໂລຊີ ເພາະເຮັດໃຫ້ທັນສະໄໝ, ສະຫລາດ, ຮຽນຮູ້ໄວ, ຊ່ວຍເພີ່ມສັກກະຍະພາບດ້ານໄອທີໃຫ້ແກ່ລູກຈາກທີ່ກ່າວມາຖືກພຽງສ່ວນໜຶ່ງເທົ່ານັ້ນ ບໍ່ປະຕິເສດວ່າການມີທັກສະດ້ານໄອທີນັ້ນເປັນສິ່ງຈຳເປັນ, ແຕ່ສິ່ງທີ່ພໍ່ແມ່ຂາດຄວາມຮູ້ຢ່າງຕໍ່ເນື່ອງ ຄື : ຖ້າພໍ່ແມ່ບໍ່ເບິ່ງແຍງດູແລ ຫລື ປ່ອຍລູກໃຫ້ໃຊ້ເວລາກັບເລື່ອງເຫລົ່ານີ້ນັບແຕ່ຍັງນ້ອຍໆ (ປະມານ 6 ເດືອນຫາ 3 ປີ) ຈະສົ່ງຜົນຮ້າຍຕໍ່ລູກ ເຮັດໃຫ້ພັດທະນາການດ້ານອື່ນໆຈະຊ້າລົງ ເຊັ່ນ: ເວົ້າຊ້າ, ກ້າມຊີ້ນມັດໃຫຍ່ – ມັດນ້ອຍເຕີບໃຫຍ່ຊ້າ ແລະ ທັກສະທາງສັງຄົມກໍຈະສູນເສຍໄປ ຫາກ ເປັນເດັກນ້ອຍທີ່ຫາກໍເຂົ້າສູ່ໄວສຶກສາຮໍ່າຮຽນ ປັນຫາທີ່ພົບກໍຄື : ເດັກນ້ອຍຈະບໍ່ແບ່ງເວລາໃຫ້ກັບສິ່ງອື່ນ ເຊັ່່ນ : ການຫລິ້ນ, ການ ຮຽນ, ການເຂົ້າສັງຄົມ.
- ພໍ່ແມ່ທີ່ຢ້ານອາລົມລູກ : ແມ່ນພໍ່ແມ່ທີ່ບໍ່ກ້າປະຕິເສດລູກຖ້າ ລູກອາລະວາດຮ້ອງສຽງດັງ, ໝຸດໝັດໃຈຮ້າຍ, ໂວຍວາຍ ເມື່ອຖືກຍຶດເກມ, ໂທລະສັບ ຫລື ປິດຄອມພິວເຕີ. ພໍ່ແມ່ກໍຈະຕົກໃຈ ກະວົນກະວາຍ ແລະ ເຮັດຫຍັງບໍ່ຖືກ ເຊິ່ງພໍ່ແມ່ປະເພດນີ້ຈະບໍ່ສາມາດຈັດການອາລົມຂອງລູກໄດ້ ບໍ່ຮູ້ຈະເຮັດແນວໃດ ຈົນກະທັ້ງພໍ່ແມ່ກາຍເປັນລູກໄກ່ໃນກຳມືຂອງລູກ.
- ພໍ່ແມ່ມັກໃຈອ່ອນ : ບໍ່ມັກຂັດແຍ່ງ, ບໍ່ກ້າປະຕິເສດ, ບໍ່ຢາກເຮັດໃຫ້ຜິດຫວັງ, ບໍ່ຢາກເຮັດໃຫ້ລູກເສຍໃຈ ຢ້ານລູກຄຽດ ເຊິ່ງພໍ່ແມ່ກຸ່ມນີ້ສ່ວນຫລາຍເປັນພໍ່ແມ່ທີ່ເຮັດວຽກຫລາຍ ເຮັດໃຫ້ຕົນເອງເກີດຄວາມຮູ້ສຶກຜິດທີ່ບໍ່ຄ່ອຍໃຫ້ເວລາກັບລູກ. ດັ່ງນັ້ນ ເວລາລູກຂໍຫຍັງກໍຈະໃຫ້ເພື່ອເປັນການຊົດເຊີຍທົດແທນ.
- ພໍ່ແມ່ທີ່ບໍ່ເອົາໃຈໃສ່ຄວາມສຳຄັນຂອງລະບຽບ : ອາດເປັນຍ້ອນຕົນເອງບໍ່ມີລະບຽບ, ບໍ່ມີເວລາທີ່ຈະຖ່າຍທອດລະບຽບ ຫລື ບໍ່ຮູ້ຈະຖ່າຍທອດແນວໃດ. ສະນັ້ນ ຈຶ່ງລ້ຽງລູກແບບບໍ່ມີລະບຽບວິໄນ ບໍ່ມີການຕັ້ງກົດລະບຽບພາຍໃນເຮືອນ, ບໍ່ຝຶກຄວາມຮັບຜິດຊອບ, ບໍ່ນັ່ງລົມກັນໃນຄອບຄົວເພື່ອວາງກົດເກນ ລູກຈຶ່ງເຮັດຕາມໃຈຕົນເອງແລະຂາດຄວາມຮັບຜິດຊອບ.
- ພໍ່ແມ່ທີ່ຂັດແຍ່ງກັນເອງ : ພໍ່ແມ່ທີ່ຈັດການລູກຄົນລະແນວທາງ ເຊິ່ງລູກຈະເຊື່ອຄົນທີ່ໃຫ້ປະໂຫຍດແກ່ໂຕເອງ ເຊັ່ນ : ຫາກຄົນໃດຄົນໜຶ່ງໃຈອ່ອນ ລູກກໍຈະເຮັດຕາມກົດຂອງຄົນນັ້ນ.
- ພໍ່ແມ່ທີ່ບໍ່ເອົາໃຈໃສ່ກິດຈະກຳໃນຄອບຄົວ : ພໍ່ແມ່ທີ່ບໍ່ຮູ້ຈະຫາກິດຈະກຳຫຍັງມາເຮັດຮ່ວມກັບລູກ, ບໍ່ຄ່ອຍໃຫ້ຄວາມສຳຄັນໃນການເຮັດກິດຈະກຳທີ່ຈະເສີມສ້າງຄວາມສຳພັນໃນຄອບຄົວ ມັກພົບໃນຄອບຄົວດ່ຽວ ຈຶ່ງບໍ່ຄ່ອຍມີຕົ້ນທຶນທາງສັງຄົມໃນດ້ານຂອງກຸ່ມໝູ່ ຫລື ມີລູກໃນໄວດຽວກັນ ເຊິ່ງກິດຈະກຳທີ່ພໍ່ແມ່ປະເພດນີ້ພໍຈະຄິດອອກ ເຊັ່ນ : ສົ່ງລູກໄປຮຽນເພີ່ມ, ຍ່າງເລາະຫ້າງສັບພະສິນຄ້າ, ກິນເຂົ້ານອກເຮືອນ ເປັນຕົ້ນ, ແຕ່ບໍ່ຂົນຂວາຍທີ່ຈະຫາກິດຈະກຳກາງແຈ້ງ ເຊິ່ງຫາກພໍ່ແມ່ມີກຸ່ມໝູ່ ຫລື ມີລູກໃນໄວດຽວກັນກໍບໍ່ຢາກຈະຫາກິດຈະກຳລະຫ່ວາງເດັກນ້ອຍ ເຊັ່ນ : ກິດຈະກຳປູກຕົ້ນໄມ້, ຖ່າຍຮູບ, ປຸງແຕ່ງອາຫານ, ອ່ານໜັງສື, ຂີ່ລົດຖີບ ຫລື ຫລິ້ນເກມໝາກດ້າມກັບລູກຢູ່ເຮືອນ ເປັນຕົ້ນ.
- ພໍ່ແມ່ທີ່ມີແຕ່ຈົ່ມ : ການຈົ່ມທີ່ມັກຕາມມາໂດຍຄໍາເວົ້າຕໍາໜິ, ການປະຊົດປະຊັນ, ແຕ່ບໍ່ແກ້ໄຂຫລື ປັບປ່ຽນພຶດຕິກຳລູກ ພຽງແຕ່ຈົ່ມ ແລະ ຍ່າງໜີໄປ ໂດຍພຶດຕິກຳກໍຈະທວນຄືນແບບນີ້ໄປເລື້ອຍໆ ພໍ່ແມ່ປະເພດນີ້ຈະເວົ້າເຖິງແຕ່ຂໍ້ເສຍຂອງເກມ ຈະບໍ່ຖາມເຖິງອາລົມຄວາມຮູ້ສຶກ ບໍ່ເອົາໃຈໃສ່ການເປັນຢູ່ຂອງລູກ ເມົາແຕ່ເນັ້ນໃສ່ສະເພາະເລື່ອງການຮຽນ, ການອ່ານໜັງສື ແລະ ການເຮັດວຽກບ້ານຈະໃຊ້ຄຳເວົ້າໃນດ້ານຈັບຜິດແລະ ສຽດສີ ເຊັ່່ນ : ຈັກໜ້ອຍຈະເປີດໃຫ້ຫລິ້ນໝົດມື້ໝົດເວັນ, ເທີມນີ້ຈະໄດ້ອັນດັບທີໜຶ່ງບໍ່ ເປັນຕົ້ນ ເຊິ່ງໃຊ້ຄຳເວົ້າທີ່ບໍ່ສ້າງສັນ ເມື່ອເດັກນ້ອຍຟັງກໍຈະຮູ້ສຶກຕໍ່ຕ້ານ ບໍ່ຢາກເຮັດຕາມ, ປຸກອາລົມເຮັດໃຫ້ຄຽດ, ເຮັດໃຫ້ຮູ້ສຶກບໍ່ດີທັງຕໍ່ໂຕເອງ ແລະ ຄົນເວົ້າ.
ພໍ່ແມ່ຄວນມີທັກສະນະການສື່ສານກັບລູກທີ່ດີໃນການໃຫ້ກຽດລູກ, ຟັງລູກ, ພະຍາຍາມດຶງລູກມາມີສ່ວນຮ່ວມໃນການສ້າງລະບຽບ ແລະ ສ້າງຄວາມສຳພັນໃນຄອບຄົວ, ພໍ່ແມ່ຄວນໃຫ້ຄວາມສຳຄັນກັບເລື່ອງຄວາມຮູ້ສຶກມີຄຸນຄ່າໃນໂຕເອງ ເພື່ອໃຫ້ລູກຮູ້ສຶກວ່າຕົນເອງມີຄຸນຄ່າ, ມີຄວາມສາມາດ ເຊິ່ງພໍ່ແມ່ຄວນໃຫ້ຄຳຍ້ອງຍໍຊົມເຊີຍເມື່ອລູກເຮັດໄດ້ດີ ກໍຈະເກີດຄວາມພູມໃຈ ແລະ ໝັ້ນໃຈ, ເປີດໂອກາດ ແລະ ສ້າງເວທີໃຫ້ລູກໄດ້ສະແດງອອກ ຈະເຮັດໃຫ້ເດັກນ້ອຍກຸ່ມນີ້ຫ່າງໄກຈາກການຕິດເກມ ທັງຍັງຊ່ວຍສ້າງພູມຕ້ານທານແກ່ເດັກນ້ອຍ ແລະ ຄອບຄົວນຳອີກ.