- 441460412 1013612897048361 7168683793803485873 n -
- kitchen vibe -

ວັນທີ 22 ພຶດສະພາ 2024 ແຂວງຫົວພັນ ສະເຫລີມສະຫລອງວັດອົງຕື້ ຄົບຮອບ 11 ປີ, ພະເຈົ້າອົງຕື້ ຄົບຮອບ 459 ປີ.  ນຳໂດຍ ສາທຸໃຫຍ່ ອ່ອນແກ້ວ ສິດທິວົງ ຄະນະປະຈຳສູນກາງ, ຜູ້ຊ່ວຍປະທານສູນກາງ ອພສ; ຍາທ່ານໃຫຍ່ ວັນຄຳ ວົງສາສຸລິນ ຄະນະປະຈຳສູນກາງ, ຫົວໜ້າກຳມາທິການປົກຄອງ ສູນກາງ ອພສ,  ພ້ອມດ້ວຍພຣະສົງສູນກາງ, ຕ່າງແຂວງ ແລະ ພຣະສົງພາຍໃນແຂວງຫົວພັນ.

ຝ່າຍຄາລະວາດນຳໂດຍ ທ່ານ ພັນຄຳ ວິພາວັນ ອາດີດນາຍົກລັດຖະມົນຕີ, ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ພ້ອມດ້ວຍການນຳແຂວງ ແລະ ອາດີດການນຳແຂວງເຂົ້າຮ່ວມ.

- Visit Laos Visit SALANA BOUTIQUE HOTEL -

ປື້ມປະຫວັດຄວາມເປັນມາ ຂອງພຣະເຈົ້າອົງຕື້ ເມືອງໂສຍ ແຂວງຫົວພັນ ໄດ້ຮັບການຊີ້ນຳໂດຍ ທ່ານ ປອ ພັນຄຳ ວິພາວັນ ອາດີດນາຍົກລັດຖະມົນຕີ; ຮິບໂຮມ-ຄົ້ນຄວ້າ ແລະ ຂຽນໂດຍ ທ່ານ ຄຳພັນ ພິມມະວົງ; ກວດແກ້ ແລະ ຮຽບຮຽງ ໂດຍ ທ່ານ ສົມພັນ ແພງຄຳມີ, ທ່ານ ປອ ຄຳພອນ ນຸນນະດີ ແລະ ທ່ານ ປອ ຄຳໝັ້ນ ສີພັນໄຊ; ອຸປະຖຳການພິມໂດຍ ທ່ານ ນາງ ສີຈັນ ວິພາວັນ. ເຊິ່ງເນື້ອໃນປະກອບດ້ວຍ 19 ພາກ ທີ່ກ່າວເຖິງ ປະຫວັດຄວາມເປັນມາຂອງພຣະເຈົ້າອົງຕື້ ເລີ່ມຈາກສະພາບລວມກ່ອນຈະມີການຫຼໍ່ພຣະ, ບັນດາປັດໃຈ ແລະ ສາເຫດທີ່ພາໃຫ້ມີການຫຼໍ່ພຣະ, ໄລຍະຫ້າງຫາກະກຽມ, ການດຳເນີນການສ້າງຫຼໍ່, ການສະເຫຼີມສະຫຼອງສົມໂພດ ລວມເຖິງເນື້ອໃນທີ່ອະທິບາຍເຖິງລັກສະນະ, ຈຸດພິເສດ, ຂະໜາດສັດສ່ວນຂອງອົງພຣະ ແລະ ໜັງສືທີ່ສະຫຼັກໄວ້ໃນແທ່ນນັ່ງ. ພ້ອມນັ້ນ, ເນື້ອໃນຂອງປື້ມຍັງໄດ້ເລົ່າເຖິງປະຫວັດຂອງພຣະອົງຕື້ນັບແຕ່ມື້ສ້າງຫຼໍ່ເຖິງປັດຈຸບັນ.

- 5 -
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!