ສະຫວັນນະເຂດຈະຈັດຫລາຍກິດຈະກຳຕ້ອນຮັບປີທ່ອງທ່ຽວ 2018

ໃນໂອກາດຕ້ອນຮັບປີທ່ອງທ່ຽວລາວ 2018 ນີ້, ແຂວງ ສະຫວັນນະເຂດໄດ້ມີແຜນຈັດ ຫລາຍກິດຈະກໍາເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າ ມາຮ່ວມຢ່າງຄືກຄື້ນຄື: ບຸນ ນະມັດສະການພະທາດໂຜ່ນ, ຄາຣາວານລົດຖີບມິດຕະພາບ ລາວ-ໄທ, ບຸນປີໃໝ່ລາວ, ບຸນ ພະເຫວດ-ບຸນບັ້ງໄຟເມືອງຈໍາ ພອນ, ບຸນອອກພັນສາຊ່ວງເຮືອ, ຄາຣາວານລົດທ່ອງທ່ຽວ ການກຸສົນ, ບຸນນະມັດສະການພະ ທາດອີງຮັງ ແລະ ກິດຈະກໍາ ອື່ນໆ ອີກ.
+ ເຈົ້າໜ້າທີ່ສະເພາະກິດເມືອງສີສັດຕະນາກລົງຈັດສັນ ຄວາມບໍ່ເປັນລະບຽບຕາມເສັ້ນທາງຕ້ອນຮັບປີທ່ອງທ່ຽວລາວ
+ ກອງປະຊຸມກະກຽມພິທີໄຂປີທ່ອງທ່ຽວລາວ
ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານຄະນະຮັບຜິດ ຊອບຊີ້ນຳລະດັບແຂວງຈັດປີ ທ່ອງທ່ຽວລາວ 2018 ໃຫ້ຮູ້ວ່າ: ສຳລັບການເຄື່ອນໄຫວ ແລະ ກິດຈະກໍາຕ່າງໆໃນໂອກາດປີ ທ່ອງທ່ຽວລາວນີ້, ແຂວງ ສະ ຫວັນນະເຂດໄດ້ກະກຽມຈັດສັນຫ້ອງຂໍ້ມູນ-ຂ່າວສານການທ່ອງທ່ຽວ 6 ແຂວງພາກກາງ, ຈັດ ຝຶກອົບຮົມພະນັກງານໃຫ້ຂໍ້ມູນ, ໂຄສະນາຜ່ານສື່ຕ່າງໆ, ປະດັບ ປະດາຕາມຈຸດສໍາຄັນຕ່າງໆ ພາຍໃນແຂວງ, ສ້າງກິດຈະກໍາ ປູກຈິດສໍານຶກ ໃນການຮັກສາ ຄວາມສະອາດໃຫ້ແກ່ນັກຮຽນ-ນັກສຶກສາ, ພໍ່ແມ່ປະຊາຊົນຕະ ຫລອດຮອດພໍ່ຄ້າຊາວຂາຍພາຍໃນແຂວງ, ພ້ອມທັງຊຸກຍູ້ໃຫ້ບັນ ດາເມືອງມີການໂຄສະນາປະຊາ ສໍາພັນກ່ຽວກັບການສະເຫລີມ ສະຫລອງປີທ່ອງທ່ຽວລາວ 2018 ໃຫ້ມີບັນຍາ ກາດ ຟົດຟື້ນ, ການຈັດຄາຣາວານລົດທ່ອງ ທ່ຽວ ແລະ ການກຸສົນທີ່ເມືອງ ທ່າປາງທອງ, ຈັດຄາຣາວານ ລົດຖີບມິດຕະພາບສະຫວັນນະ ເຂດ-ມຸກດາຫານ ເພື່ອເປັນການ ໂຄສະນາແຫລ່ງ ທ່ອງທ່ຽວ, ພ້ອມທັງເປັນການແລກປ່ຽນ ວັດທະນະທໍາລາວ-ໄທ, ຈັດງານ ວາງ ສະແດງຜະລິດຕະພັນ ທ່ອງທ່ຽວ ແລະ ຈໍາໜ່າຍສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ (ລາວ-ຫວຽດນາມ-ໄທ), ປະ ກວດນາງສາວສະຫວັນ ແລະ ຈັດເທດສະການອາຫານ, ເຄື່ອງ ດື່ມທີ່ເປັນເອກະລັກທ້ອງຖິ່ນ ແລະ ອື່ນໆ.
ສໍາລັບພິທີເປີດປີທ່ອງ ທ່ຽວລາວ 2018 ຢູ່ແຂວງສະ ຫວັນນະເຂດແມ່ນຈະຈັດຂຶ້ນ ພ້ອມພິທີເປີດບຸນນະມັດສະການພະທາດອີງຮັງປີ 2017, ໂດຍ ຈະເຊີນບັນດາແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ກິດ ຈະກໍາດັ່ງກ່າວ ເພື່ອເປັນການໂຄ ສະນາປະຊາສໍາພັນກ່ຽວກັບປີ ທ່ອງທ່ຽວລາວໃຫ້ມີບັນຍາ ກາດຄືກຄື້ນກວ້າງຂວາງ.