ນວ ເປີດບັ້ນທົດລອງ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025


ວັນທີ 23 ພຶດສະ ພາ 2024 ຢູ່ ພະແນກແຜນການ ແລະ ການລົງທຶນ ນະຄອນຫລວງວຽງຈັນ ໄດ້ພິທີເປີດບັ້ນດໍາເນີນການສໍາຫລວດທົດລອງ ສໍາລັບການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ນະຄອນຫລວງວຽງຈັນ(ນວ) ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສຸມາລີ ທໍາມະວົງ ຫົວໜ້າພະແນກພາຍໃນ, ຄະນະຊີ້ນຳການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນນະຄອນຫລວງວຽງຈັນ, ທ່ານ ເລື່ອມ ສົນສີວິໄລ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ຄະນະຊີ້ນໍາລະດັບຊາດ ແລະ ທ່ານ ສິນລະປະກອນ ພົມມະໄຊສີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫລວງວຽງຈັນ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງນະຄອນຫລວງວຽງຈັນ, ນັກກວດກາ ແລະ ເດີນສໍາຫລວດຂັ້ນນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ເລື່ອມ ສົນສີວິໄລ ໄດ້ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ມີຜົນສໍາເລັດຕາມແຜນການທີ່ວາງໄວ້ນັ້ນ, ສູນສະຖິຕິແຫ່ງຊາດ ຈະໄດ້ດໍາເນີນການເຮັດທົດລອງ ເພື່ອທົດສອບບັນດາເຄື່ອງມື ແລະ ຂະບວນການຕ່າງໆ ຂອງການສໍາຫລວດ ເຊິ່ງພວກເຮົາເອີ້ນວ່າ ການສໍາຫລວດທົດລອງ ໂດຍຈະດໍາເນີນການໃນລະຫວ່າງວັນທີ 27 ພຶດສະພາ ຫາ 14 ມິຖຸນາ 2024 ເຊິ່ງເປົ້າໝາຍການສໍາຫລວດແມ່ນປະຊາຊົນທຸກຄົນ ແລະ ອາຄານທີ່ຢູ່ອາໄສ ທີ່ຢູ່ໃນຂອບເຂດສໍາລັບການທົດລອງເທົ່ານັ້ນທີ່ຈະໄດ້ຖືກຈົດນັບ. ອີງຕາມແຜນຈັດຕັ້ງປະຕິບັດແມ່ນໄດ້ກໍານົດເອົາ 4 ແຂວງຄື: ແຂວງບໍ່ແກ້ວ, ຫົວພັນ, ເຊກອງ ແລະ ນະຄອນຫຼວງວຽງຈັນ. ໃນໄລຍະນີ້, ຈະມີຄະນະຊີ້ນໍາການສໍາຫລວດເຂັ້ນສູນກາງ, ຂັ້ນແຂວງ, ບັນດາຊ່ຽວຊານ, ນັກກວດກາ ແລະ ນັກເດີນສໍາຫລວດ ຈະໄດ້ລົງໄປຫາຄົວເຮືອນປະຊາຊົນໃນແຕ່ລະບ້ານ ແລະ ເຂດສໍາຫລວດ ໂດຍການນໍາໃຊ້ແທບເລັດເຂົ້າໃນການເກັບກຳຂໍ້ມູນ. ສະເພາະ ນະຄອນຫລວງວຽງຈັນ ແມ່ນກໍານົດເອົາ 30 ເຂດສໍາຫລວດຈາກ 12 ບ້ານ, ໃນ 3 ເມືອງ ຄື: ເມືອງຈັນທະບູລີ ມີ 10 ເຂດສໍາຫລວດ (ບ້ານຫ້ວຍຫົງ 4 ເຂດສໍາຫລວດ, ໂພນສະຫວ່າງ 3 ເຂດສໍາຫລວດ, ບ້ານສີຫອມ 1 ເຂດສໍາຫລວດ, ບ້ານອານຸ 1 ເຂດສໍາຫລວດ, ບ້ານມີໄຊ 1 ເຂດສໍາຫລວດ); ເມືອງສີໂຄດຕະບອງ ມີ 2 ເຂດສໍາຫລວດ (ບ້ານນາຄໍາ 2 ເຂດສໍາຫລວດ) ແລະ ເມືອງໄຊເສດຖາ ມີ 18 ເຂດສໍາຫລວດ (ບ້ານຈອມມະນີ 4 ເຂດສໍາຫລວດ, ບ້ານໂພນໄຊ 2 ເຂດສໍາຫລວດ, ບ້ານວຽງຈະເລີນ 2 ເຂດສໍາຫລວດ, ບ້ານແສງສະຫ່ວາງ 4 ເຂດສໍາຫລວດ, ບ້ານຄໍາສະຫວາດ 3 ເຂດສໍາຫລວດ, ບ້ານຊຽງດາ 3 ເຂດສໍາຫລວດ).
ທ່ານ ນາງ ສຸມາລີ ທໍາມະວົງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງການທົດລອງ ການສໍາຫລວດພົນລະເມືອງຄັ້ງນີ້ ເພື່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ເກີນ 6 ເດືອນຂຶ້ນໄປ, ລວມທັງເກັບກໍາສະພາບການຂະຫຍາຍຕົວຂອງພົນລະເມືອງ ເພື່ອເກັບກຳຂໍ້ມູນພື້ນ ຖານຂອງພົນລະເມືອງລາວກ່ຽວກັບການສຶກສາ, ການບໍລິການດ້ານສຸຂະພາບ, ສະພາບຄວາມພິການ ແລະ ສະພາບການຍົກຍ້າຍຂອງພົນລະເມືອງ, ເກັບກຳສະພາບກຳລັງແຮງງານ, ສະພາບການມີວຽກເຮັດງານທຳ ແລະ ຄຸນລັກສະນະຂອງທີ່ຢູ່ອາໄສການດຳລົງຊີວິດ ເຊິ່ງຈະເປັນຖານຂໍ້ມູນສຳຄັນໃຫ້ແກ່ການຄາດຄະເນພົນລະເມືອງ ແລະ ເປັນຖານຂໍ້ມູນອັບເດດໃຫ້ແກ່ການຕິດຕາມການຂຶ້ນສຳມະໂນຄົວ ແລະ ຂຶ້ນທະບຽນພົນລະເມືອງ, ທັງເຮັດໃຫ້ການສ້າງ ແລະ ປັບປຸງລະບົບຖານຂໍ້ມູນພົນລະເມືອງ ແຫ່ງຊາດ ໃຫ້ມີຄວາມຄົບຖ້ວນສົມບູນ ທີ່ສາມາດທຽບທັນ ແລະ ສົມທຽບກັບພາກພື້ນ ແລະ ສາກົນ, ອີກດ້ານໜຶ່ງແມ່ນເປັນຂໍ້ມູນພື້ນຖານທາງດ້ານເສດຖະກິດ ແລະ ສະພາບທ່າອ່ຽງໃນດ້ານສັງຄົມ ແລະ ຄວາມສະເໝີພາບຍິງ-ຊາຍ.

