ທະນາຄານແຫ່ງ ສປປ ລາວ ຈັດກອງປະຊຸມສົນທະນາໃນຫົວຂໍ້ “ເງິນເຟີ້: ສະພາບ ແລະ ມາດຕະການແກ້ໄຂ”
ວັນທີ 22 ພຶດສະພາ 2024 ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມສົນທະນາ (Panel Discussion) ໃນຫົວຂໍ້ “ເງິນເຟີ້: ສະພາບ ແລະ ມາດຕະການແກ້ໄຂ” ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ມີການນໍາສະເໜີ ສະພາບອັດຕາເງິນເຟີ້ ຂອງ ສປປ ລາວ ຈາກ ທ່ານ ຄໍາພັນ ຈະເລີນຜົນ, ຫົວໜ້າກົມສະຖິຕິເສດຖະກິດ, ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ. ຫຼັງຈາກນັ້ນ, ໄດ້ເລີ່ມການສົນທະນາໂດຍມີ ທ່ານ ນາງ ສຸພາພອນ ສວນນະວົງ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເປັນຜູ້ດໍາເນີນການສົນທະນາ (Moderator) ແລະ ຜູ້ເຂົ້າຮ່ວມໃນການສົນທະນາ (Panelists) ໃນຄັ້ງນີ້ ຈໍານວນ 5 ທ່ານ ທີ່ມາຈາກທັງພາກລັດ ແລະ ອົງການຈັດຕັ້ງສາກົນຄື: ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມນະໂຍບາຍເງິນຕາ, ທຫລ; ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ສຈ ປອ ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ, ມະຫາວິທະຍາໄລແຫ່ງຊາດ; ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການ ການເງິນສາກົນປະຈຳ ສປປ ລາວ (IFC) ແລະ ທ່ານ ສຸລິນທອນ ເລືອງຄຳສິງ ນັກເສດຖະສາດອາວຸໂສຂອງທະນາຄານພັດທະນາອາຊີ ປະຈຳ ສປປ ລາວ (ADB). ນອກຈາກນັ້ນ, ໄດ້ມີຜູ້ເຂົ້າຮ່ວມຮັບຟັງການສົນທະນາຈາກກົມກອງພາຍໃນ ທຫລ, ບັນດາກະຊວງ, ອົງການຈັດຕັ້ງສາກົນ ແລະ ທະນາຄານທຸລະກິດ ຈໍານວນ 120 ກວ່າທ່ານ.
ຈຸດປະສົງໃນການຈັດກອງປະຊຸມສົນທະນາໃນຄັ້ງນີ້ ເພື່ອນໍາສະເໜີບັນຫາ ແລະ ມາດຕະການແກ້ໄຂບັນຫາເງິນເຟີ້ ທີ່ເປັນບັນຫາເຄັ່ງຮ້ອນໃນປະຈຸບັນ ຊຶ່ງເປັນການລະດົມຄໍາຄິດເຫັນ ຈາກຜູ້ຮ່ວມສົນທະນາ (Panelists) ຈາກທັງພາກລັດ ແລະ ອົງການຈັດຕັ້ງສາກົນ. ພ້ອມດຽວກັນນັ້ນ, ໄດ້ເປີດເວທີໃຫ້ບັນດາແຂກທີ່ຖືກເຊີນມາຮັບຟັງ ໄດ້ຕັ້ງຄໍາຖາມເພື່ອແລກປ່ຽນກັນໃນກອງປະຊຸມ. ໃນນີ້ອັນພົ້ນເດັ່ນ ທີ່ໄດ້ຈາກກອງປະຊຸມແມ່ນການແລກປ່ຽນຄໍາຄິດເຫັນ ຕໍ່ມາດຕະການແກ້ໄຂເງິນເຟີ້ ໃນປະຈຸບັນ ຊຶ່ງສັງລວມໄດ້ດັ່ງນີ້:
1. ການກໍານົດເປົ້າໝາຍເສດຖະກິດມະຫາພາກ ຕ້ອງຖືເອົາການຮັກສາສະຖຽນລະພາບທາງດ້ານລາຄາ ແລະ ອັດ ຕາແລກປ່ຽນໃຫ້ມີຄວາມສະຫງົບ ເພື່ອສ້າງຄວາມເຊື່ອໝັ້ນ ຂອງຄ່າເງິນກີບໃຫ້ແກ່ສັງຄົມ ເປັນອັນຕົ້ນຕໍ;
2. ເພີ່ມທະວີຄວາມສອດຄ່ອງກັນລະຫວ່າງການດໍາເນີນນະໂຍບາຍເງິນຕາ ແລະ ນະໂຍບາຍການເງິນ ໃຫ້ມີຄວາມກົມກຽວກັນຫຼາຍຂຶ້ນ ແລະ ມີຄາດໝາຍຈະແຈ້ງຕໍ່ໄລຍະສັ້ນ, ກາງ ແລະ ຍາວ;
3. ນະໂຍບາຍສົ່ງເສີມການຜະລິດສິນຄ້າຕ້ອງໄດ້ມາດຕະຖານ ແລະ ເປັນຮູບປະທໍາວ່າຈະສົ່ງເສີມສິນຄ້າປະເພດໃດແທ້;
4. ຈໍາກັດການນໍາເຂົ້າ ສິນຄ້າທີ່ບໍ່ຈໍາເປັນ ເພື່ອຫຼຸດຜ່ອນຄວາມຕ້ອງການນໍາໃຊ້ເງິນຕາຕ່າງປະເທດໃນສັງຄົມທີ່ເປັນຮູບປະທໍາ;
5. ເພີ່ມທະວີການເຜີຍແຜ່ ແລະ ສື່ສານໃຫ້ແກ່ສັງຄົມໃຫ້ຫຼາຍຂຶ້ນ ຕໍ່ກັບຂໍ້ມູນຂ່າວສານສະພາບເສດຖະກິດ ແລະ ບັນດາມາດຕະການຕ່າງໆ ທີ່ຈັດຕັ້ງປະຕິບັດໃນແຕ່ລະໄລຍະ;
6. ສະເໜີໃຫ້ມີການທົບທວນ ປັບປຸງໂຄງສ້າງຂອງ ດັດສະນີລາຄາຜູ້ຊົມໃຊ້ (CPI) ໃຫ້ເໝາະສົມກັບສະພາບຕົວຈິງແຕ່ລະໄລຍະ;
7. ບັນດາທະນາຄານທຸລະກິດ ຄວນບໍລິຫານທຶນໃຫ້ສອດຄ່ອງກັບສະພາບເສດຖະກິດຕົວຈິງ ໂດຍສະເພາະການບໍລິຫານສິນເຊື່ອ ໃຫ້ມີປະສິດທິພາບ;
8. ຊຸກຍູ້ບັນດາກິດຈະກໍາທາງເສດຖະກິດ ທີ່ມີເງື່ອນໄຂເປັນທ່າແຮງ ດຶງດູດເງິນຕາຕ່າງປະເທດເຂົ້າໃນ ສປປ ລາວ ເປັນຕົ້ນ ການສົ່ງເສີມການທ່ອງທ່ຽວ, ການໃຫ້ວີຊາໄລຍະຍາວ ແລະ ດຶງດູດການລົງທຶນຈາກຕ່າງປະເທດ;
9. ປູກຈິດສໍານຶກຂອງຄົນໃນຊາດ ໃຫ້ຫັນມາໃຊ້ຜະລິດຕະພັນລາວ ເພື່ອຍົກສູງຜະລິດຕະພັນລາວ ກໍຄືການສົ່ງ ເສີມສະກຸນເງິນກີບໄປໃນໂຕ.
ໃນຕອນທ້າຍ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ໄດ້ຂອບໃຈສຳລັບຄຳເຫັນຕ່າງໆ ແລະ ທຫລ ຈະນໍາເອົາຄໍາຄິດເຫັນ ແລະ ຄໍາແນະນໍາ ຂອງກອງປະຊຸມຄັ້ງນີ້ ໄປຄົ້ນຄວ້າ ຖ້າອັນໃດຢູ່ພາຍໃຕ້ການຄຸ້ມຄອງ ແລະ ສິດອໍານາດ ຂອງ ທຫລ ແມ່ນຈະໄດ້ເອົາໄປດໍາເນີນການ ເປັນຕົ້ນ ການກໍານົດນະໂຍບາຍ ແລະ ມາດຕະການ ທີ່ແຍກເປັນແຕ່ລະໄລຍະຄື: ໄລຍະສັ້ນ, ກາງ ແລະ ຍາວ.
ພ້ອມດຽວກັນນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມ ບໍ່ວ່າຈະເປັນບຸກຄົນ ແລະ ນິຕິບຸກຄົນ ປະກອບສ່ວນໃນການແກ້ໄຂບັນຫາເງິນເຟີ້ ຮ່ວມກັນ ເປັນຕົ້ນ ລາວທ່ຽວລາວ, ສົ່ງເສີມການນໍາໃຊ້ສິນຄ້າລາວ ແລະ ຫຼຸດຜ່ອນການນໍາໃຊ້ສິນຄ້າຟູມເຟືອຍ ແລະ ອື່ນໆ, ຮຽກຮ້ອງໃຫ້ສູນສະຖິຕິແຫ່ງຊາດ ຄວນຮີບຮ້ອນປັບປຸງກະຕ່າການຄິດໄລ່ອັດຕາເງິນເຟີ້ ໃຫ້ແທດເໝາະກັບສະພາບການໂດຍໄວ, ຮຽກຮ້ອງ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເພີ່ມທະວີການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄຸ້ມຄອງລາຄາສິນຄ້າ ທີ່ເຫັນວ່າມີຜົນຕໍ່ການດໍາລົງຊີວິດປະຈໍາວັນ.