ມອບ-ຮັບໂຄງການສ້ອມແປງອາຣາມວັດວີຊຸນ

- 5411111 - ມອບ-ຮັບໂຄງການສ້ອມແປງອາຣາມວັດວີຊຸນ
- kitchen vibe - ມອບ-ຮັບໂຄງການສ້ອມແປງອາຣາມວັດວີຊຸນ

ມີພິທີມອບ-ຮັບໂຄງການ ສ້ອມແປງ ອາຣາມວັດວີຊຸນ ນະຣາດຢູ່ເມືອງ ແລະ ແຂວງ ຫລວງພະບາງໂດຍການໃຫ້ທຶນຊ່ວຍເຫຼືອຂອງລັດຖະບານສະ ຫະລັດອາເມລິກາ, ໄດ້ມີຂຶ້ນໃນ ວັນທີ 21 ຕຸລານີ້, ໂດຍມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງ ຫຼວງພະບາງ, ທ່ານ ນາງ ລີນາ ບິດເຕີ ເອກອັກຄະລັດຖະທູດ ສະ ຫະລັດອາເມລິກາປະຈຳລາວ ພ້ອມດ້ວຍ ພະເຖລາ ນຸເຖລະ, ແຂກຖືກເຊີນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

 

- Visit Laos Visit SALANA BOUTIQUE HOTEL - ມອບ-ຮັບໂຄງການສ້ອມແປງອາຣາມວັດວີຊຸນ

- 22686742 1479057002172837 343888345 n 300x214 - ມອບ-ຮັບໂຄງການສ້ອມແປງອາຣາມວັດວີຊຸນ

 

+ ມອບ-ຮັບສູນຝຶກອົບຮົມເກັບກູ້ລະເບີດ ຂອງຂວັນຈາກລັດຖະບານຍີ່ປຸ່ນ

+ ມອບ-ຮັບສະຖາບັນການແພດເຂດຮ້ອນ ຝຣັ່ງໂກໂຟນີໃຫ້ແກ່ລັດຖະບານລາວ

 

ໂຄງການ ສ້ອມແປງອາຣາມວັດແຫ່ງນີ້ ນອນໃນ ໂຄງການພາຍໃຕ້ກອງ ທຶນທ່ານທູດເພື່ອການອານຸລັກ ວັດທະນະທຳ ໂດຍແມ່ນລັດຖະ ບານ ສະຫະລັດອາເມລິກາໃຫ້ ທຶນບູລະນະປະຕິສັງຂອນ ໃນມູນ ຄ່າ 257.000 ໂດລາສະຫະລັດ, ໂດຍແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນສ້ອມແປງຫຼັງ ຄາ ຂອງອາຣາມ, ໄລຍະທີ 2 ແມ່ນສ້ອມແປງຝາ, ທາສີຝາ- ລູກຕີ່ງປະຕູປ່ອງຢ້ຽມ ແລະ ເສົາ, ສ້ອມແປງພື້ນດ້ານໜ້າອາຣາມ, ແຕ້ມດອກລວດລາຍໄມ້ຂື່, ໄມ້ ກອນ ແລະ ເສົາ, ຕິດຕັ້ງລະບົບ ໄຟຟ້າ ແລະ ລະບົບກັນຝ້າພ່າ.

ໂດຍແມ່ນພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າຂອງໂຄງການ ແລະ ບໍ ລິສັດສຸວັນນະລິດກໍ່ສ້າງເຄຫາ ສະຖານເປັນຜູ້ຮັບເໝົາ, ເຊີ່ງ ໄດ້ເລີ່ມ ສ້ອມແປງມາແຕ່ປີ 2015 ແລະ ສຳເລັດໃນທ້າຍປີ 2017 ໂອກາດນີ້ ເຈົ້າແຂວງ ໄດ້ກ່າວສະແດງຄວາມຂອບໃຈ ທີ່ລັດຖະບານ ສະຫະລັດອາເມ ລິກາທີ່ໄດ້ໃຫ້ທຶນບູລະນະປະຕິ ສັງຂອນວັດວາອາຣາມຂອງ ເມືອງມໍລະດົກໂລກຫຼວງພະ ບາງຫຼາຍແຫ່ງ ແລະ ຫວັງວ່າ ທ່ານທູດ ກໍຄືລັດຖະບານ ແລະ ປະຊາຊົນສະຫະລັດອາເມລິ ກາຈະສືບຕໍ່ ຊ່ວຍເຫຼືອໃນການບູ ລະນະ ແລະ ປະຕິສັງຂອນວັດ ວາອາຣາມ ຢູ່ເມືອງມໍລະດົກ ໂລກ ຫຼວງພະບາງຕື່ມອີກໃນ ຕໍ່ໜ້າ. ຈາກນັ້ນ ບັນດາແຂກ ເຂົ້າຮ່ວມໄດ້ທ່ຽວຊົມບໍລິເວນ ອ້ອມຮອບອາຣາມ ເຂົ້າຮ່ວມພີ ທີບາສີສູ່ຂວັນໃຫ້ທ່ານເອກອັກ ຄະລັດຖະທູດ ສະຫະລັດອາເມລິ ກາປະຈຳລາວພ້ອມດ້ວຍຄະນະ ຕາມປະເພນີລາວ.

 

- 4 - ມອບ-ຮັບໂຄງການສ້ອມແປງອາຣາມວັດວີຊຸນ
- 5 - ມອບ-ຮັບໂຄງການສ້ອມແປງອາຣາມວັດວີຊຸນ
- 3 - ມອບ-ຮັບໂຄງການສ້ອມແປງອາຣາມວັດວີຊຸນ