ອຸຕຸເຕືອນ! ຝົນຈະສືບຕໍ່ຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ພ້ອມມີລົມພັດແຮງ ໃນແຕ່ລະພາກ ເນື້ອທີ່ປົກຫຸ້ມຂອງຝົນ 70%

ວັນທີ 24 ພຶດສະພາ 2024, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພ ພະຍາກອນອາກາດ ວ່າ: ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) : ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 18 – 28 ອົງສາ.
ພາກເໜືອດ້ານຕາເວັນຕົກ : (ແຂວງ ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມມີຈະມີ ຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມ ຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມ 22 – 34 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມມີຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 70%. ອຸນຫະພູມ 24 – 31 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມມີຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນ ລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ. ອຸນຫະພູມ 24 – 32 ອົງສາ.
ແຂວງໄຊສົມບູນ: ອາກາດຮ້ອນ, ພ້ອມມີຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງ ບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມ 19 – 27 ອົງສາ.
ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 24 – 35 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ ອາກາດເຢັນໃນຕອນເຊົ້າ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີ ລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມ 18 – 27 ອົງສາ.