ເກີດອຸປະຕິເຫດລົດລາກເສຍຫລັກລົງຂ້າງທາງ ຢູ່ທາງລົງ ກມ 82 ເມືອງລ້ອງຊານ ແຂວງໄຊສົມບູນ
May 24, 2024 - 3:22 PM

ເວລາປະມານ 11:00 ໂມງ ຂອງວັນທີ 24 ພຶດສະພາ 2024 ນີ້, ໄດ້ເກີດອຸປະຕິເຫດລົດລາກເສຍຫລັກລົງຂ້າງທາງ ຢູ່ທາງລົງ ກມ 82 ເມືອງລ້ອງຊານ ແຂວງໄຊສົມບູນ, ເຮັດໃຫ້ຜູ້ຂັບຂີ່ບາດເຈັບເລັກໜ້ອຍ.
ເນື່ອງຈາກໄລຍະ 2-3 ວັນມານີ້ມີຝົນຕົກລິນ ແລະ ຕົກໜັກຢູ່ບາງທ້ອງຖິ່ນ, ເຊິ່ງນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນທີ່ຈະເດີນທາງຂຶ້ນເໜືອລົງໃຕ້ກໍຂໍໃຫ້ມີສະຕິລະມັດລະວັງ, ຂັບຂີ່ດ້ວຍຄວາມປອດໄພ ເພື່ອຫລີກລ່ຽງຈາກອຸປະຕິເຫດທີ່ອາດຈະເກີດຂຶ້ນ.