ລັດຖະມົນຕີເອເປັກຮັບປາກ ເລື່ອງເຕີບໃຫຍ່ແບບຍືນຍົງ

- 1508636346225 960x0 - ລັດຖະມົນຕີເອເປັກຮັບປາກ ເລື່ອງເຕີບໃຫຍ່ແບບຍືນຍົງ
- kitchen vibe - ລັດຖະມົນຕີເອເປັກຮັບປາກ ເລື່ອງເຕີບໃຫຍ່ແບບຍືນຍົງ

ລັດຖະມົນຕີ​ການ​ເງິນ​ກຸ່ມ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ໃນ​ພາກພື້ນອາຊີ-ປາຊີ​ຟິກ (​ເອ​ເປັກ) ອອກ​ຖະ​ແຫລ​ງການ​ຮ່ວມ ຮັບປາກ​ຈະ​ໃຊ້​ທຸກ​ເຄື່ອງມື, ນະ​ໂຍບາຍ​ການ​ເງິນ, ​ໂຄງ​ສ້າງ​ພື້ນຖານ ທັງ​ສ່ວນ​ຕົວ ​ແລະ ສ່ວນ​ລວມ ​ເພື່ອ​ການ​ເຕີບ​ໃຫຍ່ຢ່າ​ງ​​ແຂງ​ແຮງ, ຍືນ​ຍົງ, ສົມ​ດູ​ນ ​ແລະ ທົ່ວ​ເຖິງ.

ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ເອ​ເປັກ ຄັ້ງທີ 24 ຢູ່​ເມືອງ​ຮອຍ​ອັນ ຂອງ​ຫວຽດນາມ ​ໃນ​ວັນ​ທີ 21 ຕຸລາ ຫາລື​ເລື່ອງ​ເສດຖະກິດ​ພາກພື້ນ ​ແລະ ​ເສດຖະກິດ​ໂລກ, ​ແຜນ​ປະຕິ​ບັດ​ການ​ເຊ​ບູ, ການ​ລົງທຶນ​ໄລຍະ​ຍາວ​ໃນ​ໂຄງລ່າງ​ພື້ນຖານ, ການ​ຖືກ​ກັດ​ເຊາະ​ຖານ​ພາສີ ​ແລະ ​ໂອນ​ກຳ​ໄລ​ໄປ​ຕ່າງປະ​ເທດ, ການຈັດ​ຫາ​ເງິນ​ແກ້​ໄຂ​ຄວາມ​ສ່ຽງ​ໄພພິບັດ ​ແລະ ປະກັນ​ໄພ ​ແລະ ບໍລິການ​ການ​ເງິນ​ທີ່​ທົ່ວ​ເຖິງ. ນາຍົກລັດຖະມົນຕີ ຫວງຽນຊວນ​ຟຸກ ຂອງ​ຫວຽດນາມ ກ່າວ​ຕໍ່​ກອງ​ປະຊຸມ​ວ່າ: ການ​ຄ້າ​, ການ​ລົງທຶນ ​ແລະ ​ໂລກາ​ພິວັດ​ທາງ​ການ​ເງິນ​ຈະ​ເດີ​ນໜ້າ​ພັດທະນາ​ຕໍ່​ໄປ, ​ເສດຖະກິດ​ໃຫຍ່​ໃນ​ອາຊີ-ປາຊີ​ຟິກ ​ແລະ ​ໂລກ​ຈະ​ເປັນ​ແຮງ​ກະ​ຕຸ້ນ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ລະດັບ​ໂລກ.

- Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີເອເປັກຮັບປາກ ເລື່ອງເຕີບໃຫຍ່ແບບຍືນຍົງ

ທ່ານ ຈ້າວ ໝິງຈີ ຜູ້​ຊ່ວຍ​ລັດຖະມົນຕີ​ການ​ເງິນ​ຈີນ ກ່າວ​ລະຫວ່າງ​ຮ່ວມ​ຖະ​ແຫລ​ງຂ່າວ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ເອ​ເປັກ​ວ່າ: ​ເສດຖະກິດ​ໂລກ​ມີ​ທ່າ​ອ່ຽງພັດທະນາ​ດີ, ​ແຕ່​ພະລັງ​ພາຍ​ໃນ​ທີ່​ຈະ​ຊຸກ​ດັນ​ໃຫ້​ເສດຖະກິດ​ເຕີບ​ໃຫຍ່​ຍັງ​ບໍ່​ແຂງ​ແຮງ, ອີກ​ທັງ​ເສດຖະກິດ​ພັດທະນາ​ແລ້ວ​ຍັງ​ມີ​ຄວາມ​ບໍ່​ແນ່ນອນ​ດ້ານ​ນະ​ໂຍບາຍ ​ແລະ ​ໃຊ້​ການ​ປົກ​ປ້ອງ​ທາງ​ການ​ຄ້າ​ເພີ່ມ​ຂຶ້ນ. ດັ່ງນັ້ນ ສະມາຊິກ​​ເອ​ເປັກ​ທຸກ​ປະ​ເທດ​ຈຶ່ງ​ຕ້ອງ​ເພີ່ມ​ການ​ສື່ສານ​ປະສານ​ງານ​ກັນ​ໃຫ້​ຫລາຍ​ຂຶ້ນ​ເມື່ອ​ຕັດສິນ​ໃຈ ຫລື ປ່ຽນ​ແປງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ. ຂະນະ​ດຽວ​ກັນ ຄວນ​ຍຶດໝັ້ນ​ເລື່ອງ​ລະບົບ​ການ​ຄ້າ​ພະຫຸ​ພາຄີ​ພື້ນຖານ​ຂອງ​ການ​ຄ້າ​ເສລີ ​ແລະ ສົ່ງ​ເສີມ​ການ​ປະຕິ​ຮູບ​ໂຄງ​ສ້າງ. ຜູ້​ຊ່ວຍ​ລັດຖະມົນຕີ​ການ​ເງິນ​ຈີນ​ໃຊ້​ໂອກາດ​ນີ້​ກ່າວ​ອີກ​ວ່າ: ພິມ​ຂຽວ​ຂອງ​ເອ​ເປັກ​ເລື່ອງ​ການ​ເຊື່ອມ​ໂຍງ​ລະຫວ່າງ​ພາກພື້ນສອດຄ່ອງ​ກັບ​ໂຄງການ​ເສັ້ນທາງ​ສາຍ​ໄໝ​ສະຕະວັດ​ທີ 21 ຂອງ​ຈີນ. ດັ່ງນັ້ນ ການ​ສະໜັບສະໜູນ​ການ​ກໍ່ສ້າງ​ໃນ​ໂຄງການ​ຂອງ​ຈີນ​ຈະ​ຊ່ວຍ​ໃຫ້​ພິມ​ຂຽວ​ຂອງ​ເອ​ເປັກ​ເປັນ​ຈິງ.

- 4 - ລັດຖະມົນຕີເອເປັກຮັບປາກ ເລື່ອງເຕີບໃຫຍ່ແບບຍືນຍົງ
- 3 - ລັດຖະມົນຕີເອເປັກຮັບປາກ ເລື່ອງເຕີບໃຫຍ່ແບບຍືນຍົງ
- 5 - ລັດຖະມົນຕີເອເປັກຮັບປາກ ເລື່ອງເຕີບໃຫຍ່ແບບຍືນຍົງ