ມອບ-ຮັບ ໜ້າທີ່ຫົວໜ້າກົມຕຳຫລວດຈະລາຈອນ ລະຫວ່າງ ພັອ ກົງສີ ສຸວັນນະຕຸ້ມ (ຜູ້ເກົ່າ) ແລະ ພັອ ຄຳສອນ ສີດາວົງ (ຜູ້ໃໝ່)
May 27, 2024 - 12:14 PM

ວັນທີ 23 ພຶດສະພາ 2024, ກົມຕໍາຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າກົມຕຳຫລວດຈະລາຈອນ ລະຫວ່າງ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫລວດຈະລາຈອນ ຜູ້ເກົ່າ ແລະ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ ຜູ້ໃໝ່. ໂດຍການເປັນປະທານຂອງ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫລວດ.
ໃນພິທີ, ພົຈວ ປອ ວັນທອນ ສຸລິສັກ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ຫົວໜ້າກົມຕຳຫລວດຈະລາຈອນຜູ້ໃໝ່ ສືບຕໍ່ເຮັດວຽກງານສຶກສາອົບຮົມແນວຄິດໃຫ້ ພະນັກງານ-ນັກລົບ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ມີຜົນສຳເລັດ, ປັບປຸງແບບແຜນວິທີເຮັດວຽກໄປຄຽງຄູ່ກັບການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນເອກະພາບ ເພື່ອພ້ອມກັນພັດທະນາກຳລັງຕຳຫລວດຈະລາຈອນ ໃຫ້ກ້າວໜ້າ ມີໃບໜ້າໃໝ່ ທັນຕໍ່ຄວາມຮຽກຮ້ອງຕ້ອງການໃນຍຸກປັດຈຸບັນ.