ຊາວປາແລັສຕິນ 8 ແສນກວ່າຄົນ ອົບພະຍົບອອກຈາກເມືອງຣາຟາ ນັບແຕ່ສົງຄາມອິດສະລາແອນ-ຮາມັດເລີ່ມຂຶ້ນ


ອົງການສະຫະປະຊາຊາດ (UN) ລາຍງານວ່າ: ຊາວປາແລັສຕິນ 800.000 ກວ່າຄົນ ໄດ້ອົບພະຍົບອອກຈາກເມືອງຣາຟາທາງຕອນໃຕ້ຂອງເຂດກາຊາແລ້ວ ນັບແຕ່ສົງຄາມອິດສະລາແອນ-ຮາມັດເລີ່ມເກີດຂຶ້ນນັບແຕ່ວັນທີ 7 ຕຸລາ 2023.
ອິດສະລາແອນເດີນໜ້າໂຈມຕີເມືອງຣາຟາຢ່າງຕໍ່ເນື່ອງ ໂດຍອ້າງວ່າ: ການໂຈມຕີທີ່ເກີດຂຶ້ນເປັນໄປເພື່ອປາບປາມກຸ່ມຮາມັດ ເຖິງວ່າສານໂລກຈະມີຄໍາສັ່ງໃຫ້ອິດສະລາແອນຢຸດການໂຈມຕີເມືອງຣາຟາແລ້ວກໍຕາມ.
ກະຊວງສາທາລະນະສຸກປາແລັສຕິນລະບຸວ່າ: ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 35 ຄົນ ສ່ວນຫລາຍເປັນຜູ້ຍິງ ແລະ ເດັກນ້ອຍ ທ່າມກາງສຽງຮຽກຮ້ອງຂອງປະຊາຄົມໂລກໃຫ້ທຸກຝ່າຍຮ່ວມຊຸກຍູ້ຂະບວນການເຈລະຈາຢຸດຍິງ ແລະ ຢຸດການສູ້ຮົບຢູ່ເຂດກາຊາໂດຍໄວທີ່ສຸດ.
ປັດຈຸບັນອິດສະລາແອນມີຜູ້ເສຍຊີວິດສະສົມຫລາຍກວ່າ 1.200 ຄົນ. ຂະນະທີ່ຊາວປາແລັສຕິນຢູ່ເຂດກາຊາຖືກຂ້າໄປແລ້ວປະມານ 36.000 ຄົນ ພາຍຫລັງຄວາມຂັດແຍ່ງຄັ້ງນັ້ນເກີດຂຶ້ນມາເກືອບ 8 ເດືອນແລ້ວ.
ອ້າງອີງ: