5 ຂໍ້ຄວນລະວັງໃນການເຮັດວຽກສຳລັບຄົນຖືພາ
October 23, 2017 - 2:20 PM
- ການເຮັດວຽກໜັກເກິນໄປ : ບາງເທື່ອທ່ານອາດຈະລືມໄປວ່າຕົນເອງກຳລັງຖືພາຢູ່ ເຊິ່ງອາດມີກຳລັງວັງຊາບໍ່ເທົ່າເກົ່າ ແລະ ອ່ອນເພຍໄດ້ງ່າຍກວ່າເກົ່າ. ສະນັ້ນ, ຈຶ່ງຕ້ອງລະວັງໂຕເອງໜ້ອຍໜຶ່ງວ່າວຽກທີ່ເຮັດຢູ່ນັ້ນໜັກເກີນໄປຫລືບໍ່ ຫລືມີຄວາມເຄັ່ງຄຽດເກີນໄປຫລືບໍ່ ເພາະຈະສົ່ງຜົນກະທົບເຖິງລູກໃນທ້ອງ ຖ້າຫາກຫລີກເວົ້ນບໍ່ໄດ້ ຫລື ຂໍປ່ຽນວຽກໄດ້ກໍຄວນຈະຂໍປ່ຽນຊົ່ວຄາຍໃນຂະນະທີ່ຖືພາຢູ່.
- ການເຮັດວຽກແບບນັ່ງໂຕະ : ເພາະການເຮັດວຽກແບບນີ້ເປັນການເຮັດວຽກທີ່ຕ້ອງໃຊ້ທັງສາຍຕາ ແລະ ຄວາມຄິດໄປພ້ອມກັນ ເຊັ່ນ : ວຽກພິມຕ່າງໆ, ວຽກບັນຊີ ຫລື ວຽກງານກ່ຽວກັບການຂຽນແບບທີ່ຕ້ອງກົ້ມໜ້າກົ້ມຕາຢູ່ຕະຫລອດເວລາ ຄວາມຈິງແລ້ວ ການເຮັດວຽກແບບນີ້ບໍ່ໄດ້ສົ່ງຜົນຮ້າຍຫຍັງຫລາຍ ນອກຈາກຈະປວດເມື່ອຍ, ແຕ່ສິ່ງທີ່ສົ່ງຜົນຮ້າຍແທ້ໆກໍແມ່ນຄວາມເຄັ່ງຄຽດ ສະນັ້ນ ຕ້ອງຢຸດຍືດເສັ້ນຍືດເອັນເປັນໄລຍະໆ ຈະຊ່ວຍໃຫ້ຮູ້ສຶກສະບາຍໂຕຫລາຍຍິ່ງຂຶ້ນ.
3. ການເຮັດວຽກທີ່ເຕັມໄປດ້ວຍມົນລະພິດ : ຄວນຢຸດການເຮັດວຽກເຫລົ່ານີ້ໄປເລີຍ ເພາະມີຜົນເສຍ ແລະ ຜົນກະທົບຕໍ່ລູກໃນທ້ອງໂດຍກົງ ໂດຍສະເພາະ 1 – 3 ເດືອນທຳອິດຄວນດູແລລູກຢ່າງດີເປັນພິເສດ, ຜູ້ເປັນແມ່ບໍ່ຄວນອອກມາຖືກຂີ້ຝຸ່ນ, ຄັວນຕ່າງໆ ໂດຍສະເພາະຄວັນຢາສູບ, ຄັວນລົດ, ຄັວນໄຟຕ່າງໆ ເພາະຈະເຮັດໃຫ້ມີບັນຫາກ່ຽວກັບສຸຂະພາບໄດ້.
- ການເຮັດວຽກເປັນກະ : ເພາະການເຮັດວຽກແບບເປັນກະຈະເຮັດໃຫ້ມີການພັກຜ່ອນທີ່ບໍ່ເປັນເວລາ, ຂະໜາດຄົນທຳມະດາຍັງບໍ່ດີແລ້ວ ແຕ່ນີ້ແມ່ນຄົນຖືພາທີ່ຕ້ອງການໆດູແລເປັນພິເສດ ຈົ່ງຈື່ໄວ້ວ່າແມ່ຍິງຖືພາຕ້ອງການໂກ໊ສຮໍໂມນຫລາຍກ່ວາປົກກະຕິ ເຊິ່ງຮ່າງກາຍຈະຫລັ່ງເມື່ອພັກຜ່ອນໃນໄລຍະເວລາ 22:00 – 02:00 ໂມງ ສະນັ້ນຈຶ່ງຄວນຂໍປ່ຽນກະມາເຮັດວຽກໃນຕອນກາງເວັນໄປກ່ອນ ແລະ ຈະໄດ້ພັກຜ່ອນຢ່າງເຕັມທີ່ໃນຕອນກາງຄືນນຳ.
- ລະວັງການເຮັດວຽກເຮືອນບາງຊະນິດ : ສຳລັບວຽກເຮືອນທີ່ແມ່ຍິງຖືພາຄວນລະມັດລະວັງເປັນພິເສດແມ່ນການຍົກຍໍຂອງໜັກ, ການເຮັດຄວາມສະອາດຢູ່ບ່ອນສູງ, ການດູດຝຸ່ນ ເພາະອາດເຮັດໃຫ້ເກີດອັນຕະລາຍຕໍ່ໂຕທ່ານເອງ ແລະ ອາດໄດ້ຮັບເຊື້ອພະຍາດຕ່າງໆນຳ ເພາະທ່ານຈະມີພູມຕ້ານທານທີ່ຕໍ່າລົງໃນລະດັບໜຶ່ງ ຫາກຫລີກເວັ້ນບໍ່ໄດ້ກໍຂໍໃຫ້ຫລີກເວັ້ນໄປກ່ອນ.
ເມື່ອຮູ້ແບບນີ້ແລ້ວ ທ່ານໃດທີ່ກຳລັງຖືພາ ກໍຄວນລະມັດລະວັງໃນການເຮັດວຽກຫລາຍຂຶ້ນ ເພື່ອຈະໄດ້ບໍ່ສົ່ງຜົນກະທົບຕໍ່ລູກໃນທ້ອງຂອງທ່ານ.