ປກສ ແຂວງໄຊຍະບູລີ ສຶກສາອົບຮົມກຸ່ມໄວໜຸ່ມມົ້ວສຸມດື່ມນໍ້າກະທ່ອມ 8 ຄົນ

ວັນທີ 27 ພຶດສະພາ 2024, ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ສຶກສາອົບຮົມກຸ່ມມົ້ວສຸມດື່ມນໍ້າກະທ່ອມ ຈຳນວນ 8 ຄົນ, ພ້ອມທັງເຮັດບົດບັນທຶກກ່າວເຕືອນ ແລະ ມອບໃຫ້ພໍ່ແມ່ຜູ້ປົກຄອງ ນໍາໄປສຶກສາອົບຮົມ ແລະ ຕິດຕາມລູກຫລານຂອງຕົນຢ່າງໃກ້ຊິດ ບໍ່ໃຫ້ຕົກເປັນທາດຂອງຢາເສຍຕິດ ກໍຄືສິ່ງທີ່ຜິດຕໍ່ລະບຽບກົດໝາຍ ເພື່ອເຮັດໃຫ້ເຂົ້າເຈົ້າກາຍເປັນຄົນດີໃນສັງຄົມ, ຮູ້ສໍານຶກຜິດ ແລະ ບໍ່ໃຫ້ກັບມາດື່ມນໍ້າກະທ່ອມຕື່ມອີກ.
ພັຕ ຄໍາຄ່ຽນ ສຸພາດາ ຮອງຫົວໜ້າພະແນກ ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ກ່າວສຶກສາອົບຮົມເພື່ອເຮັດໃຫ້ກຸ່ມເປົ້າໝາຍມົ້ວສຸມຢາເສບຕິດ (ປະເພດ ນໍ້າກະທ່ອມ) ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ, ຈຳແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງນໍ້າກະທ່ອມຕໍ່ຜູ້ດື່ມ ລ້ວນແລ້ວເປັນໄພຮຸກຮານຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ, ພ້ອມອະທິບາຍຜົນຮ້າຍຂອງສານຕິດແຕ່ລະປະເພດ ໃຫ້ເຂົ້າເຈົ້າໄດ້ຮັບຮູ້ ແລະ ເຂົາໃຈ ຕໍ່ໄພອັນຕະລາຍຂອງສານເສບຕິດປະເພດຕ່າງໆ.