ປີ 2024 ນີ້ ແຂວງເຊກອງ ຕ້ອງການທຶນ 1.000 ກວ່າຕື້ກີບ ເພື່ອພັດທະນາເສດຖະກິດ-ສັງຄົມ

ຂ່າວແຂວງເຊກອງ ລາຍງານ ວັນທີ 29 ພຶດສະພາ 2024 ນີ້ວ່າ: ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ໄດ້ວາງທິດທາງ, ແຜນວຽກຈຸດສຸມ ແລະ ຄາດໝາຍລວມໃນປີ 2024 ເພື່ອສຸມໃສ່ພັດທະນາ ແລະ ປັບປຸງໂຄງປະກອບເສດຖະກິດ ຂະແໜງການຜະລິດ-ບໍລິການ ໂດຍເລັ່ງໃສ່ຜັນຂະຫຍາຍ ແລະ ປະຕິບັດໂຄງການຕ່າງໆທີ່ກໍານົດໄວ້ໃຫ້ເປັນຮູບປະທໍາ; ສືບຕໍ່ຜັນຂະຫຍາຍ ແລະ ປະຕິບັດວາລະແຫ່ງຊາດ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້. ໄລຍະ 4 ເດືອນຕົ້ນປີ 2024 ເກັບລາຍຮັບເຂົ້າງົບປະມານໄດ້ 131,66 ຕື້ກີບ ເທົ່າກັບ 44,12% ແຜນປີ. ການສົ່ງອອກສິນຄ້າປະຕິບັດໄດ້ 59,16 ລ້ານໂດລາ ເທົ່າກັບ 23,11% ແຜນປີ ແລະ ການນໍາເຂົ້າ 5 ແສນກວ່າໂດລາ ທຽບໃສ່ແຜນປີເທົ່າກັບ 2,78% ແລະ ສາມາດດຶງດູດການລົງທຶນເອກະຊົນໄດ້ 6 ໂຄງການ ມູນຄ່າ 6 ລ້ານກວ່າໂດລາສະຫະລັດ ແລະ ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ເສດຖະກິດປີ 2024 ຂະຍາຍຕົວເພີ່ມຂຶ້ນໃນລະດັບ 6% ມູນຄ່າ GDP ສະເລ່ຍໃສ່ປະຊາກອນໃຫ້ບັນລຸໄດ້ປະມານ 21,9 ລ້ານກີບຕໍ່ຄົນຕໍ່ປີ.
ແຕ່ເຖິງຢ່າງໃດກໍຕາມ ເພື່ອບັນລຸຕົວເລກດັ່ງກ່າວ ທາງແຂວງມີຄວາມຕ້ອງການທຶນເພື່ອພັດທະນາທັງໝົດ 1.223 ຕື້ກີບ. ໃນນີ້, ການລົງທຶນຈາກງົບປະມານລັດ 73,38 ຕື້ກີບ ກວມເອົາ 6%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 146,76 ຕື້ກີບ ກວມເອົາ 12%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1 ພັນຕື້ກວ່າກີບ ກວມເອົາ 82%.