ເດັກນ້ອຍຈົມນໍ້າຢູ່ບ້ານຫາດກັນຊາ ພົບສົບຢູ່ແຄມຂອງຝັ່ງໜອງຄາຍ
May 30, 2024 - 4:01 PM

ວັນທີ 27 ພຶດສະພາ 2024 ຜ່ານມາ ເກີດເຫດເດັກນ້ອຍຈົມນໍ້າ ຢູ່ບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ. ເບື້ອງຕົ້ນແມ່ນ ເດັກນ້ອຍ 3 ຄົນລົງໄປຫລິ້ນນໍ້າຢູ່ຫາດ ແລ້ວເກີດດິນຊາຍຍຸບຕົວ ເຮັດໃຫ້ 2 ຄົນຈົມນໍ້າ ແລະ ສາມາດຊ່ວຍໄດ້ 1 ຄົນ ຈົມຫາຍ 1 ຄົນ.
ຕະຫລອດໄລຍະ 3 ວັນ ທີມງານກູ້ໄພຄົ້ນຫາໃຕ້ນໍ້າ ນາກນ້ອຍ ແລະ ພາກສ່ວນກ່ຽວຂ້ອງ ໄດ້ດຳເນີນການຄົ້ນຫາ ແຕ່ບໍ່ພົບ.
ຫລ້າສຸດວັນທີ 30 ພຶດສະພາ 2024 ນີ້ ມີລາຍງານວ່າ ພົບສົບເດັກນ້ອຍຢູ່ ຢູ່ແຄມຂອງເຂດບ້ານວຽງຄຸກ ຝັ່ງຈັງຫວັດໜອງຄາຍ ປະເທດໄທ ສາມາດຢືນຢັນຕົວຕົນເປັນຄົນດຽວກັນກັບເດັກນ້ອຍທີ່ຈົມບ້ານຫາດກັນຊາ ຈຶ່ງໄດ້ນຳສົບກັບມາຈັດພິທີສົ່ງສະການຢູ່ບ້ານຫາດກັນຊາເປັນທີ່ຮຽບຮ້ອຍແລ້ວ.