ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2024

– ບັນດາທ່ານ ທີ່ນັບຖື,
– ຫລານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ,
ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2024 ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຊຶ່ງກົງກັບ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ, ໃນນາມຕາງໜ້າການນໍາ ພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຮູ້ສຶກດີໃຈ ແລະ ພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຫັນລູກຫລານເຍົາວະຊົນ, ອະນຸຊົນ ແລະ ເດັກລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ເປັນອະນາຄົດ, ໜໍ່ແໜງ ທຶນຮອນອັນສໍາຄັນ ແລະ ປະເສີດຂອງປະເທດຊາດ ໄດ້ຮັບການເບິ່ງແຍງລ້ຽງດູ, ປົກປ້ອງ, ພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານ ເຮັດໃຫ້ໄວເດັກທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ, ເປັນກໍາລັງຕົ້ນຕໍ ແລະ ຕົ້ນທຶນສໍາຄັນຂອງຊາດ.ໃ ນໂອກາດວັນທີ 01 ມິຖຸນາ ຊຶ່ງເປັນວັນສໍາຄັນສຳລັບເດັກນ້ອຍທຸກຄົນ, ຂ້າພະເຈົ້າ ຂໍຝາກຄວາມຮັກແພງ, ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນ ມາຍັງລຸກຫລານ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າທຸກຖ້ວນໜ້າ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີພະລານາໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມສີວິໄລທາງດ້ານຈິດໃຈ, ພ້ອມກັນສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ 2024 ຢ່າງຟົດຟື້ນ ເບີກບານມ່ວນຊື່ນ ພາຍໃຕ້ຄໍາຂວັນທີ່ວ່າ “ສ້າງອະນາຄົດທີ່ຍືນຍົງ ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ”.
ການສະເຫລີມສະຫລອງວັນເດັກສາກົນ 01 ມິຖຸນາ ທຸກໆປີ ຕິດພັນກັບຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ປຽບເໜືອນດັ່ງບຸນໃຫຍ່ຂອງເດັກທົ່ວໂລກ ທີ່ພ້ອມກັນສະເຫລີມສະຫລອງ ໄປກັບປະຊາຊາດໃນທົ່ວໂລກ ແລະ ໃນທົ່ວທຸກຫົນທຸກແຫ່ງ ກໍຄື ເດັກລາວບັນດາເຜົ່າ ເພື່ອສົ່ງເສີມສິດ, ສ້າງຄວາມເຂັ້ມແຂງ, ຄວາມຜາສຸກ ແລະ ຄວາມເປັນຢູ່ທີ່ດີສໍາລັບເດັກ, ເປັນວັນໂຄສະນາປູກຈິດສຳນຶກ ໃຫ້ຄອບຄົວ, ສັງຄົມ ໄດ້ຮັບຮູ້ເຂົ້າໃຈຕໍ່ບັນຫາ ແລະ ຜົນກະທົບທີ່ເກີດຂຶ້ນກັບເດັັກ, ສະໜັບສະໜູນສິດທິຂອງເຂົາເຈົ້າ ແລະ ທ່າແຮງຂີດຄວາມສາມາດ ບົ່ມຊ້ອນຂອງເດັກ. ທັງເປັນການຢໍ້າເຕືອນເຖິງຄວາມສໍາຄັນຂອງການລົງທຶນ ແລະ ການສ້າງຄວາມເຂັ້ມແຂງໃຫ້ເດັກ ທາງດ້ານການສຶກສາ, ສຸຂະ ພາບ ແລະ ປົກປ້ອງເດັກໃຫ້ມີຄວາມປອດໄພ ຈາກຄວາມຮຸນແຮງ, ການກະທໍາສິ່ງລາມົກອະນາຈານຕໍ່ເດັກ ຜ່ານສື່ອອນລາຍ ແລະ ການກະທຳອື່ນໆ ທີ່ສົ່ງຜົນກະທົບຕໍ່ເດັກໃນທາງກົງ ແລະ ທາງອ້ອມ ເພື່ອຮັບປະກັນໃຫ້ເດັກທຸກຄົນມີອະນາຄົດທີ່ສົດໃສ ແລະ ຊີວິດທີ່ມີຄຸນນະພາບ.
ຈາກຜົນການສໍາຫລວດດັດສະນີໝາຍສັງຄົມລາວ ສະແດງໃຫ້ພວກເຮົາເຫັນວ່າ ອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີ ມີທ່າອ່ຽງຫລຸດລົງ ຈາກ 79 ຕໍ່ 1000 ຄົນ ຕໍ່ການເກີດມີຊີວິດ ໃນປີ 2012, ມາເປັນ 46 ຕໍ່ 1.000 ຄົນ ໃນປີ 2017 ແລະ ຍັງເຫລືອ 28 ຕໍ່ 1.000 ຄົນ ໃນປີ 2023 ຊຶ່ງສ່ອງແສງໃຫ້ເຫັນວ່າ ທ່າອ່ຽງຄວາມຄືບໜ້າ ໃນການປັບປຸງດ້ານສຸຂະພາບຂອງເດັກໃນ ສປປ ລາວ; ພ້ອມນີ້, ອັດຕາການເກີດທີ່ມີແພດຊ່ວຍ ກໍມີອັດຕາສ່ວນເພີ້ມຂຶ້ນ ຈາກ 41,5% ໃນປີ 2012 ມາເປັນ 64,4% ໃນປີ 2017 ແລະ ມາເປັນ 79,8% ໃນປີ 2023. ອີງໃສ່ຂໍ້ມູນຜົນການສໍາຫລວດດັ່ງກ່າວ ເມື່ອທຽບໃສ່ບັນດາປະເທດໃນພາກພື້ນ ພວກເຮົາຍັງຈະໄດ້ສືບຕໍ່ສູ້ຊົນ ແລະ ສຸມລົງທຶນໃສ່ເດັກໃຫ້ຫລາຍຂຶ້ນ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການເຕີບໂຕທີ່ເຂັ້ມ ແຂງຂອງເດັກໃນອະນາຄົດ.
ບົນພື້ນຖານໝາກຜົນຄວາມສໍາເລັດ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ-ລັດ, ຄວາມຮັບຜິດ ຊອບຈັດຕັ້ງປະຕິບັດ ຂອງຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ທຸກຂັ້ນ, ສົມທົບກັບການຮ່ວມມື ແລະ ສະໜັບສະໜູນຂອງອົງການຈັດຕັັ້ງຂັັ້ນສູນກາງ, ຂັ້ນທ້ອງຖິ່ນ, ອົງ ການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໃນຂອບວຽກງານການສົ່ງເສີມ, ປົກປ້ອງ ແລະ ພັດທະນາສິດທິເດັກ ລວມທັງ ຂອບວຽກພາຍໃຕ້ພັນທະນາຕໍ່ອາຊຽນ, ພາກພື້ນ ແລະ ສາກົນ. ໃນຊຸມປີທີ່ຜ່ານມາ ພວກເຮົາ ຍາດມາໄດ້ຜົນສໍາເລັດສໍາຄັນຫລາຍດ້ານ ເປັນຕົ້ນ ສໍາເລັດການປັບປຸງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຊຶ່ງໃນມາດຕາຂອງກົດໝາຍ ໄດ້ກຳນົດກ່ຽວກັບ ຫ້າມການລົງໂທດທາງດ້ານຮ່າງກາຍດ້ວຍການຂ້ຽນຕີ ແລະ ກາຍເປັນປະເທດທີ 66 ຂອງໂລກ, ເປັນປະເທດທໍາອິດໃນອາຊຽນ ທີ່ໄດ້ມີການຮັບຮອງ ແລະ ປະກາດໃຊ້ກົດໝາຍທີ່ກ່ຽວຂ້ອງກັບການສົ່ງເສີມ ແລະ ປົກປ້ອງເດັກ; ສໍາເລັດບົດລາຍງານແຫ່ງຊາດ ປະຈໍາໄລຍະ 7 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກໃນ ສປປ ລາວ ແລະ ສອງອະນຸສັນຍາເພີ້ມເຕີມ ກ່ຽວກັບການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ແລະ ການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍກຳລັງປະກອບອາວຸດ ແລະ ສົ່ງໃຫ້ອົງການ ສປຊ ຕາມລະບຽບການ; ຈັດເວທີເດັກລາວ ຄັ້ງທີ V ໃນຫົວຂໍ້ “ພັດທະ ນາທັກສະຊີວິດ ແລະ ສ້າງຄວາມເຂັ້ມແຂງທາງດ້ານດິຈິຕອນ ເພື່ອເດັກລາວ” ຊຶ່ງເປັນເວທີສໍາຄັນລະດັບຊາດ ສຳລັບເດັກ ເພື່ອເປີດໂອກາດໃຫ້ຕົວແທນເດັກລາວ ໃນຂອບເຂດທົ່ວປະເທດ ໄດ້ມາເຕົ້າໂຮມ ແລະ ແລກປ່ຽນວັດທະນະທໍາ, ວິຖີດໍາລົງຊີວິດທ້ອງຖິ່ນເດັກ ທັງເປັນເວທີຄວາມສາມັກຄີ-ຮັກແພງ ລະຫວ່າງເດັກດ້ວຍກັນ; ໄດ້ສ້າງໂອກາດໃຫ້ເດັກ ໄດ້ສະແດງອອກພອນສະຫວັນ, ທັກສະ-ຄວາມອາດສາມາດ ແລະ ສ້າງຄວາມກຽມພ້ອມດ້ານຕ່າງໆ ສຳລັບເດັກ ເພື່ອເປັນຕົວແທນຕາງໜ້າເດັກລາວ, ຕາງໜ້າຂອງປະເທດ ເຂົ້າຮ່ວມເວທີສໍາຄັນຕ່າງໆ ສຳລັບເດັກ ໃນອາຊຽນ, ໃນພາກພື້ນ ແລະ ສາກົນ ຊຶ່ງ ຈັດເວທີເດັກລາວຄັ້ງທີ V ຜ່ານມານັ້ນ ໄດ້ມີເດັກຮ່ວມຫລາຍກວ່າ 350 ຄົນ ແລະ ມີຕົວແທນເດັກຈາກ 18 ແຂວງ ໃນທົ່ວປະເທດ. ນອກຈາກນັ້ນ, ໃນປີຜ່ານມາ ພັກ ແລະ ລັດຖະບານລາວ ເວົ້າສະ ເພາະ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດສະເຫລີມ ສະຫລອງວັນຄົບຮອບສົນທິສັນຍາ ວ່າດ້ວຍສິດທິເດັກ ຫລື ວັນເດັກໂລກ (20 ພະຈິກ 2023) ດ້ວຍການຈັດປະຊຸມຮ່ວມກັບເດັກ ເພື່ອຮັບຟັງຄວາມຄິດຄວາມເຫັນ ແລະ ທັດສະນະຂອງເດັກຕໍ່ບັນຫາທີ່ພວມຜະເຊີນໜ້າຢູ່ໃນປະຈຸບັນ; ໄດ້ຈັດກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກ ຢູ່ ສປປ ລາວ ເປັນການທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດຄວາມໝາຍໝັ້ນຂອງລັດຖະບານ ກ່ຽວກັບການຕັ້ງປະຕິດບັດສິດທິເດັກ ໂດຍສະເພາະ ຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ອົງການຈັດຕັ້ງສາກົນ, ພາກທຸລະກິດເອກະຊົນ, ອົງການ ຈັດຕັ້ງທາງສັງຄົມ/ອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ, ເປີດໄຟສີຟ້າ ທີ່ເປັນສັນຍາລັກໃນການຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດທິເດັກ ໃສ່ປະຕູໄຊ ໄປພ້ອມໆກັບປະເທດຕ່າງໆ ໃນທົ່ວໂລກ; ດໍາເນີນການສຶກສາວິໄຈ ເພື່ອປະເມີນສະພາບຄວາມທຸກຍາກຂອງເດັກ ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ ແລະ ພະຍາດລະບາດຕ່າງໆ; ໄດ້ສຶກສາສະ ພາບການແຕ່ງດອງກ່ອນໄວ ແລະ ການຖືພາຂອງໄວໜຸ່ມ ຢູ່ ສປປ ລາວ; ໄດ້ປັບປຸງຖານຂໍ້ມູນທີ່ກ່ຽວຂ້ອງກັບເດັກ ໂດຍເຊື່ອມສານກັບການກະກຽມສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນທົ່ວປະເທດ ຄັ້ງທີ V ໃນປີ 2025; ໄດ້ສໍາເລັດການສຶກສາການສຳຫລວດແຮງງານເດັກ ຄັ້ງທີ II ແລະ ແຜນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງການນໍາໃຊ້ແຮງງານເດັກ ແລະ ສົ່ງເສີມວຽກທີ່ມີຄຸນຄ່າສໍາລັບໄວໜຸ່ມຂອງ ສປປ ລາວ; ໄດ້ສໍາເລັດການອອກນິຕິກຳ, ປັບປຸງລະບົບ ແລະ ກົນໄກການປົກປ້ອງເດັກ, ລະບົບຍຸຕິທໍາສຳລັບເດັກ ໂດຍໃຫ້ມີການປະສານງານ ແລະ ເຊື່ອມຈອດກັນຢ່າງກົມກຽວ ລະ ຫວ່າງ ກົນໄກ ແລະ ກິດຈະກໍາຕ່າງໆ ຂອງພາກສ່ວນຕ່າງໆ ທີ່ເຮັດວຽກກ່ຽວຂ້ອງກັບເດັກ. ນອກນັ້ນ, ຍັງໄດ້ສົມທົບກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ດຳເນີນການຝຶກອົບຮົມ ແລະ ສ້າງຂີດຄວາມສາມາດ ທີ່ກ່ຽວຂ້ອງກັບສິດທິເດັກ ເປັນຕົ້ນ ຄູ່ມືແຫ່ງຊາດການມີສ່ວນຮ່ວມຂອງເດັກ ແລະ ໄວໜຸ່ມຂອງ ສປປ ລາວ, ຄູ່ມືພັດທະນາທັກສະຊີວິດ ສໍາລັບເດັກ ແລະ ໄວໜຸ່ມ ໃນ ສປປ ລາວ, ຄູ່ມືຝຶກອົບຮົມການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ, ຄູ່ມືແຫ່ງຊາດ ເພື່ອປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ເດັກໃນໂຮງຮຽນຊັ້ນມັດທະຍົມສຶກສາ, ຄູ່ມືແຫ່ງຊາດສໍາລັບຄູຝຶກ; ການກະກຽມຄວາມພ້ອມທາງດ້ານອາຊີບໃຫ້ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ, ຄູ່ມືການລາຍງານ/ອອກຂ່າວທີ່ກ່ຽວກັບເດັກ; ຄູ່ມືສຸຂະພາບຈິດ ແລະ ຈິດຕະສັງຄົມສໍາລັບເດັກ ແລະ ໄວໜຸ່ມ ແລະ ສໍາລັບພໍ່ແມ່ຜູ້ປົກຄອງ; ຄູ່ມືສ້າງຄວາມເຂັ້ມແຂງລະບົບປົກປ້ອງເດັກ; ຄູ່ມືແນະນໍາທາງເລືອກໃນການເບິ່ງແຍງລ້ຽງດູເດັກ ທີ່ຂາດການເບິ່ງແຍງລ້ຽງດູທີ່ເໝາະສົມໃນ ສປປ ລາວ ແລະ ອື່ນໆ.
ສິ່ງສໍາຄັນສຸດໃນປີນີ້, ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ ກອງປະຊຸມອາຊຽນສໍາຄັນປິ່ນອ້ອມຂອງຂະແໜງການ; ພິເສດ ສໍາລັບວຽກເດັກ, ພວກເຮົາ ຈະເປັນເຈົ້າພາບຈັດເວທີເດັກອາຊຽນ ຄັ້ງທີ 8 ໂດຍຈະມີຕົວແທນເດັກໃນ 10 ປະເທດ ສະມາຊິກອາຊຽນ ແລະ ບັນດາຕົວແທນເດັກລາວ 18 ແຂວງ, ນະຄອນຫລວງວຽງຈັນ ເຂົ້າຮ່ວມ ໂດຍຕົວແທນເດັກທັງ 10 ປະເທດອາຊຽນ ຈະໄດ້ມາຄົ້ນຄວ້າ, ປຶກສາຫາລື, ເອກະພາບ ຮ່ວມກັນສ້າງຂໍ້ສະເໜີແນະ/ຄໍາແນະນໍາ ໃນຫົວຂໍ້: “ປະຕິບັດແຜນງານປ່ຽນແປງດິນຟ້າອາກາດ ທີ່ນຳພາໂດຍເດັກ ເພື່ອສ້າງຄວາມເຂັ້ມແຂງໃນປະຊາຄົມ” ເພື່ອສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ດ້ານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ; ກອງປະຊຸມລັດຖະມົນຕີອາຊຽນດ້ານສະຫວັດດີການສັງຄົມ ແລະ ການພັດທະ ນາ; ແລະ ກອງປະຊຸມຄະນະກຳມາທິການອາຊຽນ ເພື່ອປົກປ້ອງ ແລະ ສົ່ງເສີມສິດທິຂອງແມ່ຍິງ ແລະ ສິດທິຂອງເດັກ ຕາມລະບຽບການ. ນອກຈາກນັ້ນ, ໃນທ້າຍປີນີ້ ພວກເຮົາຈະໄດ້ສະເຫລີມສະຫລອງວັນສົນທິສັນຍາ ວ່າດ້ວຍສິດທິເດັກ ຫລື ວັນເດັກໂລກ 20 ພະຈິກ (ປີ 2024 ແມ່ນ ຄົບຮອບ 35 ປີ) ແລະ ກອງປະຊຸມລະດັບສູງທົບທວນການຈັດຕັ້ງປະຕິບັດວຽກງານສິດທິເດັກ ຢູ່ ສປປ ລາວ ລວມທັງ ການຕິດຕາມຄວາມຄືບໜ້າຄວາມໝາຍໝັ້ນຂອງພາກສ່ວນຕ່າງໆ ແລະ ແຜນງານພັດທະນາເດັກລາວ ລຸ້ນປີ 2030. ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວ, ການນໍາພັກ-ລັດ ແລະ ປະຊາຊົນລາວບັນດາ ເຜົ່າທົ່ວປະເທດ ຈຶ່ງໄດ້ດຳເນີນການສະເຫລີມສະຫລອງວັນເດັກສາກົນ ວັນທີ 01 ມິຖຸນາ ໃນທຸກໆປີ ເພື່ອໂຄສະນາປູກຈິດສຳນຶກໃຫ້ທົ່ວປວງຊົນລາວບັນດາເຜົ່າ ໃຫ້ລະນຶກເຖິງຄວາມສຳຄັນຂອງເດັກ ແລະ ເຫັນໄດ້ສະພາບຂອງເດັກລາວບັນດາເຜົ່າ ຮ່ວມກັບເດັກຊາດອື່ນໆ ໃນພາກພື້ນ ແລະ ໃນໂລກ.
ຕໍ່ຜົນສໍາເລັດດັ່ງກ່າວມານັ້ນ, ຕາງໜ້າການນໍາພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບອົກຂອບໃຈ ມາຍັງການນຳພັກ-ລັດ ທີ່ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານສົ່ງເສີມສິດທິເດັກ ຕະຫລອດມາ. ຂ້າພະເຈົ້າ ຂໍຍ້ອງຍໍຊົມເຊີຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍຄື ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ທຸກຂັ້ນ, ອົງການຈັດຕັັ້ງຂັັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ອົງການຈັດ ຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກທຸລະກິດເອກະຊົນ ຕະຫລອດຮອດ ພໍ່ແມ່ປະຊາຊົນລາວທຸກຖ້ວນໜ້າ ໃນທົ່ວປະເທດ ທີ່ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ປະກອບສ່ວນ ໃນວຽກງານສົ່ງເສີມ, ປົກປ້ອງ ແລະ ພັດທະນາສິດທິເດັກ ຈົນມີຜົນສໍາເລັດເປັນກ້າວໆມາ.
– ບັນດາທ່ານທີ່ນັບຖື,
– ຫລານນ້ອຍອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ,
ຄຽງຄູ່ກັບຜົນງານ ແລະ ຜົນສໍາເລັດທີ່ກ່າວມາຂ້າງເທິງນັ້ນ ໃນຊຸມປີຜ່ານມາ, ຫລາຍຂົງເຂດວຽກງານ ກໍຄື ວຽກງານສົ່ງເສີມປົກປ້ອງ ແລະ ພັດທະນາສິດທິເດັກ ໃນປະເທດຂອງພວກເຮົາ ຍັງຜະ ເຊີນໜ້າກັບສິ່ງທ້າທາຍ ແລະ ຜົນກະທົບຫລາຍໆດ້ານຈາກປັດໄຈພາຍໃນ ແລະ ພາຍນອກ ເປັນຕົ້ນ ສະພາບເສດຖະກິດ, ບັນຫາຊີວິດການຢູ່-ຄ່າຄອງຊີບ, ຄວາມທຸກຍາກຂາດເຂີນຂອງເດັກ, ຄວາມຮຸນແຮງຕໍ່ເດັກ, ການສະແຫວງຫາຜົນປະໂຫຍດ, ການຂູດຮີດໃຊ້ແຮງງານເດັກ, ການເຄື່ອນຍ້າຍແຮງງານເດັກ, ການຄ້າປະເວນີເດັກ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ອັດຕາການເຂົ້າຮຽນ-ການອອກໂຮງຮຽນຂອງເດັກ, ການແຕ່ງດອງກ່ອນໄວອັນຄວນ, ການແຕ່ງດອງແອບແຝງ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ການເກັບກຳ-ສ້າງຖານຂໍ້ມູນສະຖິຕິ ກ່ຽວກັບເດັກ, ບັນຫາໄພສັງຄົມ, ປະກົດການຫຍໍ້ທໍ້ ແລະ ບັນຫາຢາເສບຕິດ ຍັງເປັນໄພຄຸກຄາມ ແລະ ຂໍ້ຈໍາກັດການເຂົ້າເຖິງ ການພັດທະນາຂອງເດັກ. ນອກຈາກນີ້, ຄວາມເຂັ້ມແຂງຂອງກົງຈັກເສນາທິການຊ່ວຍວຽກ ຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແຕ່ລະຂັ້ນ ຍັງເປັນຂໍ້ຈຳກັດ ແລະ ເຮັດໃຫ້ວຽກງານຈໍານວນໜຶ່ງຊັກຊ້າ ແລະ ບໍ່ສໍາເລັດຕາມແຜນການ ເປັນຕົ້ນ ການປະຕິບັດພັນທະສາກົນ, ພາກພື້ນ ແລະ ອາຊຽນ ໂດຍສະເພາະ ການສັງລວມຂໍ້ມູນ, ສະຫລຸບລາຍງານຂໍ້ມູນສະຖິຕິ, ຄວາມຕໍ່ເນື່ອງໃນການຈັດຕັ້ງປະຕິບັດວຽກງານ, ຄວາມຈໍາກັດທາງດ້ານບຸກຄະລາກອນ ແລະ ງົບປະມານ ຍັງເປັນສິ່ງທ້າທາຍ ສ່ວນຫລາຍຍັງເອື່ອຍອີງໃສ່ການສະໜັບສະໜູນ ແລະ ຊ່ວຍເຫລືອຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ.
ຕໍ່ສະພາບການດັ່ງກ່າວ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ອົງການຈັດຕັ້ງພັກ-ລັດ, ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ທຸກຂັ້ນ, ອົງການຈັດຕັັ້ງຂັັ້ນສູນກາງ, ຂັ້ນທ້ອງ ຖິ່ນ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ຕະຫລອດຮອດພໍ່ແມ່ປະຊາຊົນ ໃນທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດ ຊອບ, ປະສານກົມກຽວ ແລະ ຮ່ວມມືກັນ ແກ້ໄຂປະກົດການຫຍໍ້ທໍ້, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ກ່າວມາຂ້າງເທິງນັ້ນ ດ້ວຍການຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂ ແລະ ຕອບສະໜອງໂອກາດ ໃຫ້ເດັກລາວບັນດາເຜົ່າ ໄດ້ຮັບສິດ, ໄດ້ຮັບການປົກປ້ອງ, ການພັດທະນາ ແລະ ມີສ່ວນຮ່ວມ ເພື່ອໃຫ້ເດັກມີອະນາຄົດທີ່ສົດໃສ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນກຳລັງຊັບພະຍາກອນມະນຸດທີ່ສໍາຄັນ, ເຂັ້ມແຂງຂອງປະເທດຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນສີວິໄລ.
ທ້າຍສຸດນີ້, ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2024, ຂ້າພະເຈົ້າ ຂໍອວຍພອນມາຍັງ ລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າຈົ່ງມີຄວາມຜາສຸກ, ມີພາລະໄມສົມບູນ, ປາສະຈາກໂລກໄພໄຂ້ເຈັບ, ໃຫ້ເປັນເດັກຄໍາຮູ້ ເຊື່ອຟັງຄໍາສອນຂອງພໍ່ແມ່, ຄູອາຈານ, ເປັນເດັກຮຽນດີ-ຮຽນເກັ່ງ, ມີຄຸນສົມບັດດີ, ມີຄວາມເຄົາລົບຕໍ່ຄູ-ອາຈານ, ເປັນລູກຫລານທີ່ດີຂອງຊາດ, ໝັ່ນສຶກສາຫາຄວາມຮູ້, ເອົາໃຈໃສ່ພັດທະນາຕົນເອງຮອບດ້ານ ເພື່ອສ້າງອະນາຄົດທີ່ສົດໃສ ແລະ ຍືນຍົງ.
ຂໍອວຍພອນ ໃຫ້ການສະເຫລີມສະຫລອງວັນເດັກສາກົນປີນີ້ ປະສົບຜົນສຳເລັດຢ່າງຈົບງາມ.
(ຂໍຂອບໃຈ)