ກວດສອບພົບການນຳເຂົ້າພາຫະນະ ແລະ ນ້ຳມັນເຊື້ອໄຟຍົກເວັ້ນພາສີອາກອນຈໍານວນຫລາຍ
ອົງການກວດສອບແຫ່ງລັດໄດ້ໃຫ້ຮູ້ໃນກອງປະຊຸມສະພາແຫ່ງຊາດທີ່ພວມ ດໍາເນີນຢູ່ປັດຈຸບັນນີ້ວ່າ: ພາຍຫລັງ, ໄດ້ດໍາເນີນການກວດກາການນຳເຂົ້າພາຫະນະ ແລະ ກົນຈັກຂອງ 11 ບໍລິສັດຊຶ່ງພົບເຫັນມີການນຳເຂົ້າມາຈໍາໜ່າຍຈຳນວນ 226 ຄັນທີ່ໄດ້ຮັບຍົກເວັ້ນພາສີ-ອາກອນບໍ່ຖືກຕ້ອງລວມມີມູນຄ່າຫລາຍກວ່າ 12 ຕື້ກີບ, ປັດຈຸບັນໄດ້ມອບໃຫ້ກະຊວງການເງິນເລັ່ງທວງບໍລິສັດກ່ຽວຂ້ອງໃຫ້ມາເສຍພາສີ-ອາກອນຄືນໃຫ້ລັດໂດຍໄວ. ຂະນະດຽວກັນພົບເຫັນການນຳເຂົ້ານ້ຳມັນເຊື້ອໄຟຍົກເວັ້ນພາສີ-ອາກອນຮັບໃຊ້ໂຄງການກໍ່ສ້າງເສັ້ນທາງກາສີ-ເມືອງນານແຕ່ບໍ່ໄດ້ນຳໃຊ້ເຂົ້າໃນໂຄງການຫລາຍກວ່າ 45 ລ້ານລິດ, ໂດຍມີ 3 ພາກສ່ວນກ່ຽວຂ້ອງຄື: ຜູ້ປະຕິບັດໂຄງການ, ເຈົ້າຂອງໂຄງການ ແລະ ຜູ້ເປັນຕົວແທນນຳເຂົ້າຍັງບໍ່ມີພາກສ່ວນໃດສະແດງຄວາມຮັບຜິດຊອບ, ຊຶ່ງຈະໄດ້ສືບຕໍ່ດຳເນີນການສືບສວນ-ສອບສວນຕໍ່ເປົ້າໝາຍກ່ຽວຂ້ອງເພື່ອຊອກຫາຜູ້ຮັບຜິດຊອບມາເສຍພາສີ-ອາກອນຄືນໃຫ້ລັດຈຳນວນ 9 ລ້ານກວ່າໂດລາສະຫະລັດ, ໂຄງການກໍ່ສ້າງທາງຊອຍບ້ານວຽງສະຫວັນເມືອງສີໂຄດຕະບອງນະຄອນຫລວງວຽງຈັນທີ່ໄລ່ເອົາເກີນບໍລິມາດວຽກຕົວຈິງຫລາຍກວ່າ 885 ລ້ານກີບ ແລະ ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນນາຄູນ-ທ່າງ່ອນທີ່ໄລ່ເກີນບໍລິມາດຕົວຈິງຈໍານວນ 3,5 ຕື້ກີບ ແລະ ເຈົ້າຂອງໂຄງການໄດ້ຫັກອອກຈາກມູນຄ່າລວມຂອງໂຄງການແລ້ວຈຳນວນ 4,38 ຕື້ກີບ.
ນອກຈາກນີ້, ຍັງມີໂຄງການກໍ່ສ້າງຊົນລະປະທານຫ້ວຍທ່າຮາວທີ່ມີມູນຄ່າຕາມສັນຍາຫລາຍກວ່າ 325 ຕື້ກີບ ແລະ ຜ່ານການກວດກາເຫັນວ່າມູນຄ່າການກໍ່ສ້າງໂຄງການດັ່ງກ່າວເມື່ອທຽບໃສ່ລາຄາຫົວໜ່ວຍຂອງກົມຊົນລະປະທານວາງອອກແມ່ນຜິດດ່ຽງຫລາຍກວ່າ 106 ຕື້ກີບເທົ່າກັບ 32% ໂດຍໄດ້ສະເໜີໃຫ້ເຈົ້າຂອງໂຄງການຕໍ່ລອງລາຄາຫົວໜ່ວຍກັບບໍລິສັດຜູ້ຮັບເໝົາກໍ່ສ້າງໃຫ້ສົມເຫດສົມຜົນ ແລະ ເຊັນສັນຍາຄືນໃໝ່ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ ມີປະສິດທິຜົນ, ອົງການກວດສອບແຫ່ງລັດໄດ້ສະເໜີໃຫ້ກະຊວງການເງິນປັບປຸງຄືນຄຳແນະນຳເລກທີ 3578/ກງ, ລົງວັນທີ 19 ທັນວາ 2012 ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍດ້ານພາສີ-ອາກອນ ເພື່ອໃຫ້ສອດຄ່ອງກັບເນື້ອໃນຂອງດຳລັດເລກທີ 119/ນຍ, ລົງວັນທີ 20 ເມສາ 2011 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.