ລັດຖະມົນຕີປ້ອງກັນປະເທດຟີລິບປິນ ປະກາດສຳເລັດການສູ້ຮົບ ຢູ່ເມືອງມາລາວີແລ້ວ

- 1508747189744 960x0 - ລັດຖະມົນຕີປ້ອງກັນປະເທດຟີລິບປິນ ປະກາດສຳເລັດການສູ້ຮົບ ຢູ່ເມືອງມາລາວີແລ້ວ
- kitchen vibe - ລັດຖະມົນຕີປ້ອງກັນປະເທດຟີລິບປິນ ປະກາດສຳເລັດການສູ້ຮົບ ຢູ່ເມືອງມາລາວີແລ້ວ

ທ່ານ ​ເດລຟິນ ​ໂລ​ເຣນຊາ​ນາ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຟີ​ລິບ​ປິນ ປະກາດ​ວ່າ: ປະຕິບັດ​ການ​ສູ້​ຮົບ​ລະຫວ່າງ​ກອງທັບ​ກັບ​ກຸ່ມ​ຕິດ​ອາວຸດ​ຢູ່​ເມືອງ​ມາລາ​ວີ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ​ໄດ້​ສຳ​ເລັດ​ແລ້ວ, ພາຍຫລັງ​ດຳ​ເນີນ​ມາ​ເປັນ​ໄລຍະ​ເວລາ 5 ​ເດືອນ.

ທ່ານ ​ໂລ​ເຣນຊາ​ນາ ຖະ​ແຫລ​ງຕໍ່​ສື່​ມວນ​ຊົນ​ລະຫວ່າງ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ລະດັບ​ພາກພື້ນ ​ໃນ​ວັນ​ທີ 23 ຕຸລາ​ນີ້ ​ໂດຍ​ປະກາດ​ວ່າ: ບໍ່​ມີ​ສະມາຊິກ​ກຸ່ມ​ຕິດ​ອາວຸດ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ກຸ່ມ​ລັດ​ອິດສະ​ລາມ (IS) ​ເຫລືອ​ຢູ່​ໃນ​ເມືອງ​ມາລາ​ວີ​ອີກ​ຕໍ່​ໄປ. ພົນ​ເອກ ​ເອດົວ​ໂດ ອາ​ໂນ ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຟີ​ລິບ​ປິນ ຖະ​ແຫລ​ງວ່າ: ພົບ​ສົບ​ສະມາຊິກ​ກຸ່ມ​ກະບົດ​ຢ່າງ​ໜ້ອຍ 42 ຄົນ​ໃນ​ອາຄານ 2 ​ແຫ່ງ ​ແລະ ຢູ່​ມັດສະ​ຢິດ​ແຫ່ງ​ໜຶ່ງ​ໃນ​ພື້ນທີ່​ສູ້​ຮົບ. ທັງ​ນີ້​ກຸ່ມ​ກະບົດ ​ເຊິ່ງສະໜັບສະໜູນ​ກຸ່ມ IS ບຸກຍຶດ​ເມືອງ​ມາລາ​ວີ​ຂອງ​ຟີ​ລິບ​ປິນ ຖື​ວ່າ​ເປັນ​ໄພ​ຕໍ່​ຄວາມໝັ້ນຄົງ​ແຫ່ງ​ຊາດ​ຄັ້ງຮ້າຍ​ແຮງ​ທີ່​ສຸດ​ຂອງ​ປະ​ເທດ​ໃນ​ຮອບ​ຫລາຍ​ປີ.

- Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີປ້ອງກັນປະເທດຟີລິບປິນ ປະກາດສຳເລັດການສູ້ຮົບ ຢູ່ເມືອງມາລາວີແລ້ວ
- 5 - ລັດຖະມົນຕີປ້ອງກັນປະເທດຟີລິບປິນ ປະກາດສຳເລັດການສູ້ຮົບ ຢູ່ເມືອງມາລາວີແລ້ວ
- 3 - ລັດຖະມົນຕີປ້ອງກັນປະເທດຟີລິບປິນ ປະກາດສຳເລັດການສູ້ຮົບ ຢູ່ເມືອງມາລາວີແລ້ວ
- 4 - ລັດຖະມົນຕີປ້ອງກັນປະເທດຟີລິບປິນ ປະກາດສຳເລັດການສູ້ຮົບ ຢູ່ເມືອງມາລາວີແລ້ວ