ທ່ານ ນາງ ເຄລາເດຍ ໄຊບໍາ ປະທານາທິບໍດີຍິງຄົນທໍາອິດຂອງແມັກຊິກ

ທ່ານ ນາງ ເຄລາເດຍ ໄຊບໍາ ປາຣໂດ ອະດີດເຈົ້າແຂວງຍິງຄົນທໍາອິດຂອງແມັກຊິກ ອາຍຸ 61 ປີ ຜູ້ສະໝັກຈາກພັກການເມືອງຝ່າຍຊ້າຍ ຄືພັກ Morena ໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງປະຫວັດສາດ ໃນວັນທີ 2 ມິຖຸນາຜ່ານມາ ກຽມຂຶ້ນດໍາລົງຕໍາແໜ່ງປະທານາທິບໍດີຍິງຄົນທໍາອິດຂອງແມັກຊິກຢ່າງເປັນທາງການໃນວັນທີ 1 ຕຸລານີ້ ຫລັງຈາກນາງໄດ້ຮັບສຽງສະໜັບສະໜູນເໜືອຄູ່ແຂ່ງຄົນສໍາຄັນ ຄືທ່ານ ໂຊຊິດ ກັລເບ ອະດີດສະມາຊິກວຸດທິສະພາແມັກຊິກ ຈາກພັກ PAN ໄດ້ຢ່າງຂາດລອຍ.
ນາງ ໄຊບໍາ ເກີດ ແລະ ເຕີບໃຫຍ່ມາໃນຄອບຄົວຊາວຢິວ ທີ່ບັນພະບູລຸດອົບພະຍົບໜີການຂ້າລ້າງເຜົ່າພັນໃນຊ່ວງຕົ້ນສົງຄາມໂລກຄັ້ງທີ 2 ມາຈາກເອີຣົບ ແລະ ມາອາໄສຢູ່ນະຄອນຫລວງແມັກຊິກ ຂອງແມັກຊິກ.
ກ່ອນນາງຈະຕັດສິນໃຈຫັນໜ້າເຂົ້າສູ່ວົງການການເມືອງ, ນາງ ໄຊບໍາ ເປັນນັກວິທະຍາສາດດ້ານສະພາບອາກາດ, ນາງປະສົບຜົນສໍາເລັດຫລາຍໃນການເຮັດວຽກດ້ານວິຊາການ ໂດຍສະເພາະໄລຍະເວລາທີ່ນາງເຮັດວຽກໃຫ້ຄະນະກໍາມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບອາກາດ (IPCC) ຈົນອົງກອນໄດ້ຮັບລາງວັນໂນເບລສາຂາສັນຕິພາບໃນປີ 2007.
ນາງ ໄຊບໍາ ໄດ້ຊື່ວ່າເປັນໜຶ່ງໃນພັນທະມິດຄົນສໍາຄັນຂອງທ່ານ ອັນເດຣ ມານູເອລ ໂລເປ ໂອບຣາດໍ ອະດີດປະທານາທິບໍດີແມັກຊິກ ຄົນກ່ອນໜ້າທີ່ຫາກໍລົງຈາກຕໍາແໜ່ງ. ອີກທັງໄຊຊະນະຂອງນາງຖືເປັນບາດກ້າວສໍາຄັນຂອງແມັກຊິກ ເຊິ່ງເປັນປະເທດຂຶ້ນຊື່ເລື່ອງວັດທະນະທໍາ “ຜູ້ຊາຍເປັນໃຫຍ່”.
ເຖິງວ່າວັນນີ້ແມັກຊິກຈະມີຜູ້ນໍາຍິງຄົນທໍາອິດກ່ອນປະເທດໃກ້ຄຽງຄືອາເມລິກາແລ້ວ, ແຕ່ແມັກຊິກຍັງເປັນປະເທດທີ່ຜູ້ຍິງຕົກເປັນເປົ້າຂອງການໃຊ້ຄວາມຮຸນແຮງ ແລະ ມີອັດຕາການສັງຫານຜູ້ຍິງສູງເປັນອັນດັບຕົ້ນໆຂອງພາກພື້ນ ເຊິ່ງຖືເປັນໜຶ່ງໃນຄວາມທ້າທາຍສໍາຄັນລໍຖ້ານາງ ໄຊບໍາ ຢູ່.
ອ້າງອີງ: