ມາເລເຊຍໃຫ້ສັນຍາພາຍໃນ 3 ປີປະຊາຊົນຈະເຂົ້າເຖິງລະບົບອິນເຕີເນັດໄດ້ທົ່ວປະເທດ
April 3, 2017 - 6:48 PM


ທ່ານ ດຣ. ໂມດ ອາລີ ໂມຮຳໝັດ ນໍ ເຈົ້າໜ້າທີ່ລະດັບສູງຂອງກະຊວງການສື່ສານ ແລະ ມັນຕິມີເດຍຂອງມາ ເລເຊຍ ເປີດເຜີຍວ່າ: ປັດຈຸບັນ ປະຊາຊົນຢູ່ມາເລເຊຍສ່ວນຫລາຍເຂົ້າເຖິງລະບົບອິນເຕີເນັດໄດ້ແລ້ວ 94%, ຍັງ ຂາດແຕ່ຢູ່ລັດຊາບາ ແລະ ຊາຣາວັກ. ຜ່ານມາກະຊວງການສື່ສານ ແລະ ມັນຕິມີເດຍ ໄດ້ຈັດຕັ້ງໂຄງການເຊື່ອມ ໂຍງສ່ວນທີ່ບໍ່ອາດເຊື່ອມຕໍ່ ຫລື CTU ເພື່ອໃຫ້ປະຊາຊົນທົ່ວປະເທດສາມາດຕິດຕໍ່ສື່ສານກັນໄດ້ໃນທຸກລະດັບ ແລະ ທຸກພື້ນທີ່.
ຂະນະທີ່ທ່ານ ຊານ ມັນ ຊາຣັດ ສະມາຊິກຂອງຜູ້ແທນລາຊະດອນເມືອງອາລໍ ປົງຊູ ລັດເປຣະ ໃຫ້ຄວາມເຫັນ ວ່າ: ນອກຈາກໂຄງການ CTU ຈະຊ່ວຍເຊື່ອມໂຍງການສື່ສານຂອງປະຊາຊົນແລ້ວ ຍັງຈະຊ່ວຍແກ້ໄຂການຮັບຮູ້ ຂ່າວສານໃນທາງລົບຕໍ່ລັດຖະບານນຳອີກ ເນື່ອງຈາກປະຊາຊົນມີໂອກາດເຂົ້າເຖິງຂໍ້ມູນທີ່ຖືກຕ້ອງກ່ຽວກັບນະໂຍ ບາຍ ແລະ ຈຸດມຸ່ງໝາຍຂອງລັດຖະບານ.