ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ

ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ - 2222 - ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ
ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ - kitchen vibe - ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ

      ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ອຸຍນິເຊັບ) ລາຍງານວ່າ: ເດັກອາຍຸຕໍ່າກວ່າ 5 ປີຫລາຍກວ່າ 180 ລ້ານຄົນທົ່ວໂລກ ກໍາລັງປະສົບບັນຫາຄວາມທຸກຍາກທາງອາຫານຂັ້ນຮຸນແຮງ ທີ່ອາດສ້າງຜົນເສຍຕໍ່ການຈະເລີນເຕີບໃຫຍ່ ແລະ ພັດທະນາການຂອງພວກເຂົາໃນອະນາຄົດ.

     ວັນທີ 6 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອຸຍນິເຊັບ ລາຍງານວ່າ: ເດັກອາຍຸຕໍ່າກວ່າ 5 ປີ ຫລາຍກວ່າ 1 ໃນ 4 ຂອງໂລກ ຫລື 181 ລ້ານຄົນ ກໍາລັງປະສົບບັນຫາຄວາມທຸກຍາກທາງອາຫານຮຸນແຮງ ເຊິ່ງມີຄວາມສ່ຽງຈະສົ່ງຜົນກະທົບດ້ານລົບຕໍ່ການເຕີບໃຫຍ່ ແລະ ພັດທະນາການ.

     ອຸຍນິເຊັບ ແນະນໍາວ່າ: ເດັກນ້ອຍຄວນຮັບປະທານອາຫານໃຫ້ຄົບ 5-8 ໝູ່ໃນແຕ່ລະວັນເຊັ່ນ: ນົມແມ່, ທັນຍາພືດ, ພືດຫົວ, ຖົ່ວ ແລະ ເມັດພືດ, ນົມ, ຊີ້ນສັດ, ສັດປີກ, ປາ, ໄຂ່ ແລະ ຜັກ ແລະ ໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນເອ.

      ເຖິງຢ່າງໃດກໍຕາມ, ໃນຄວາມເປັນຈິງ ເດັກອາຍຸຕໍ່າກວ່າ 5 ປີ 440 ລ້ານຄົນ ເຊິ່ງອາໄສຢູ່ປະເທດທີ່ມີຮາຍໄດ້ໜ້ອຍ ແລະ ປານກາງເກືອບ 100 ແຫ່ງ ກໍາລັງຜະເຊີນຄວາມທຸກຍາກທາງດ້ານອາຫານ ໂດຍມີເດັກເຖິງ 181 ລ້ານຄົນ ທີ່ໄດ້ຮັບປະທານອາຫານພຽງ 2 ໝູ່ “ເດັກທີ່ບໍລິໂພກອາຫານພຽງ 2 ໝູ່ຕໍ່ວັນເຊັ່ນ: ເຂົ້າ ແລະ ນົມບາງສ່ວນ ມີທ່າອ່ຽງຜະເຊີນສະພາບໂພຊະນາການຂັ້ນຮຸນແຮງເຖິງ 50%” ນາງ ແທດເທີຣີນ ຣັສເຊລ ຜູ້ອໍານວຍການບໍລິຫານຂອງອຸຍນິເຊັບ ລະບຸໃນຖະແຫລງການ ເຊິ່ງໂພຊະນາການອາດນໍາໄປສູ່ສະພາບຈ່ອຍທີ່ເຖິງແກ່ຊີວິດ.

ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ - 4 - ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ
ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ - 3 - ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ
ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ - 5 - ອຸຍນິເຊັບເຜີຍ ເດັກນ້ອຍຫລາຍກວ່າ 180 ລ້ານຄົນທົ່ວໂລກ ໄດ້ຮັບສານອາຫານພຽງ 2 ໝູ່ຕໍ່ວັນ