ລີເວີພູລ ພ້ອມຂາຍ ຄູຕິນໂຢ ປີໃໝ່ນີ້

ສະໂມສອນ ລີເວີພູລ ຕົກ ເປັນຂ່າວວ່າພ້ອມຂາຍ ຟິລິບ ເປ ຄູຕິນໂຢ ໃຫ້ກັບ ບາເຊໂລ ນາ ໃນເດືອນມັງກອນນີ້ ເຖິງ ວ່າເຄີຍບອກປະຕິເສດ ບາເຊ ໂລນາ ມາຕະຫຼອດໄລຍະລະດູ ການຜ່ານມາກໍຕາມ.
ກ່ອນໜ້ານີ້ ຄູຕິນໂຢ ຕົກ ເປັນຂ່າວຢ່າງໜັກກັບ ບາເຊ ໂລນາ ໃນລະດູການຜ່ານ ແຕ່ ລີເວີພູລ ກໍຢືນຢັນມາຕະຫຼອດ ວ່າຈະບໍ່ຂາຍອອກໄປຢ່າງແນ່ນອນ ເຮັດໃຫ້ສຸດທ້າຍແລ້ວ ຄູ ຕິນໂຢ ຕ້ອງຢູ່ໃນຖິ່ນ ແອນຟິລ ຕໍ່ໄປໃນລະດູການນີ້.
ແນວໃດກໍຕາມ ຫຼ້າສຸດ ເບິ່ງຄືວ່າທ່າທີຂອງ ລີເວີພູລ ຈະປ່ຽນໄປ ໂດຍມີລາຍງານ ວ່າ ລີເວີພູລ ພ້ອມທີ່ຈະຂາຍ ຄູ ຕິນໂຢ ໃນເດືອນມັງກອນນີ້. ຂະນະທີ່ ບາເຊໂລນາ ກໍຍັງໃຫ້ ຄວາມສົນໃຈ ແລະ ພ້ອມທີ່ຈະ ເດີນໜ້າຊື້ນັກເຕະມາເສີມທີມ.
ກ່ອນໜ້ານີ້ ເຈີເກນ ຄລ໊ອບ ຜູ້ຈັດການທີມ ລີເວີພູລ ກໍບໍ່ຢືນຢັນ ຫຼື ປະຕິເສດການ ຂາຍ ຄູຕິນໂຢ ແລະ ການຕົກ ລົງລະຫວ່າງ 2 ສະໂມສອນ ກ່ຽວກັບການຍ້າຍທີມ. ຂະນະ ທີ່ມີລາຍງານວ່າ ໂຣເບິດ ເຟ ນານເດດ ຜູ້ອຳນວຍການກິ ລາຂອງ ບາເຊໂລນາ ໄດ້ມາ ຊົມເກມທີ່ເວມບລີ ໃນອາທິດນີ້ ນຳອີກ.