ເອຟເວີຕັນ ປະກາດປົດ ຄູມັນ ອອກຈາກຕຳແໜ່ງຜູ້ຈັດການທີມແລ້ວ
October 24, 2017 - 4:48 PM

ສະໂມສອນ ເອຟເວີຕັນ ປະກາດປົດ ໂຣນັລ ຄູມັນ ອອກຈາກຕຳແໜ່ງຜູ້ຈັດການທີມຢ່າງເປັນທາງການ.
ຄູມັນ ເຮັດຜົນງານໄດ້ ຢ່າງໜ້າຜິດຫວັງ ຫຼັງຕົກໄປຢູ່ ເຂດທ້າຍຕາຕະລາງທັງທີ່ທຸ່ມ ເງິນເກືອບ 150 ລ້ານປອນຊື້ ນັກເຕະເຂົ້າທີມໃນໄລຍະລະດູການຜ່ານມາ.
ໂດຍເຊືອກເສັ້ນສຸດທ້າຍຄືເກມຫຼ້າສຸດທີ່ພວກເຂົາເສຍ ໃນບ້ານໃຫ້ ອາເຊນອນ ເຖິງ 2-5 ແລະ ນັ້ນເຮັດໃຫ້ຫົວໜ້າ ບໍລິຫານ ເອຟເວີຕັນ ປະຊຸມ ຫາລື ກ່ອນປະກາດປົດ ຄູມັນ ໃນທີ່ສຸດ.
ທັງນີ້ ເດວິດ ມອຍ ເປັນ ໂຕເຕັງທີ່ຈະກັບມາຮັບວຽກ ຄຸມທີມ ເອຟເວີຕັນ ອີກຄັ້ງ.