ສຳເລັດການແຂ່ງຂັນບານເຕະເຍົາວະຊົນມິດຕະພາບລາວ-ໄທ

- Untitled 1 copy 19 - ສຳເລັດການແຂ່ງຂັນບານເຕະເຍົາວະຊົນມິດຕະພາບລາວ-ໄທ
- kitchen vibe - ສຳເລັດການແຂ່ງຂັນບານເຕະເຍົາວະຊົນມິດຕະພາບລາວ-ໄທ

- Untitled 1 copy 19 300x200 - ສຳເລັດການແຂ່ງຂັນບານເຕະເຍົາວະຊົນມິດຕະພາບລາວ-ໄທສະຫະພັນບານເຕະນະ ຄອນຫຼວງວຽງຈັນ ສຳເລັດ ການແຂ່ງຂັນເຕະບານເຍົາວະຊົນມິດຕະພາບລາວ-ໄທ ໃນ ວັນທີ 21-22 ຕຸລາ 2017 ຜ່ານມາ ທີ່ສະໜາມກະລາເຈົ້າ ອານຸວົງ ເພື່ອສົ່ງເສີມເຍົາວະ ຊົນລາວ ໃຫ້ຫ່າງໄກຈາກຢາ ເສບຕິດ ພ້ອມທັງຮັດແໜ້ນ ຄວາມສາມມັກຄີເຍົາວະຊົນ ລາວ-ໄທ ແລະ ພັດທະນາວົງ ການກິລາລາວໃຫ້ທຽບເທົ່າ ກັບປະເທດສະມາຊິກອາຊຽນ ໂດຍມີ ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນ ບານເຕະ ນະຄອນຫຼວງວຽງ ຈັນ ພ້ອມດ້ວຍຄະນະນຳ ແລະ ຄູຝຶກນັກກິລາເຂົ້າຮ່ວມ. ໃນ ໂອກາດດັ່ງກ່າວ ທ່ານ ວຽງ ສະຫວັນ ແສງຈັນ ໄດ້ກ່າວ່າ: ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງລາວ-ໄທ. ດັ່ງນັ້ນ ທາງສະຫະພັນຂອງພວກເຮົາຈຶ່ງໄດ້ຈັດການແຂ່ງຂັນຂຶ້ນມາ ອີກຢ່າງກໍເພື່ອພັດທະນາວົງ ການກິລາລາວ ໃຫ້ທຽບເທົ່າ ກັບບັນດາປະເທດພາກພື້ນ ແລະ ສາກົນ. ພ້ອມທັງປະຕິ ບັດຕາມແຜນການພັດທະນານັກກິລາຮຸ່ນເຍົາວະຊົນຂອງ ສະຫະພັນບານເຕະນະຄອນ ຫຼວງວຽງຈັນ ໃຫ້ມີການ ເຄື່ອນໄຫວເປັນປະຈຳ. ການ ແຂ່ງຂັນຄັ້ງນີ້ ສະໂມສອນ ລາວເຂົ້າຮ່ວມປະກອບມີ ສະ ໂມສອນດີເຄ ເອັຟຊີ ໄດ້ສົ່ງເຂົ້າ 2 ຮຸ່ນຄື: ຮຸ່ນອາຍຸ 10-13 ປີ ແລະ ຮຸ່ນອາຍຸ 13-15 ປີ, ເອັສຣາ ເອັຟຊີ ໄດ້ສົ່ງເຂົ້າ 4 ຮຸ່ນຄື: ຮຸ່ນອາຍຸ 11 ປີ, 13 ປີ, 15 ປີ ແລະ 17 ປີ. ນອກຈາກ ນັ້ນ ຍັງມີນັກິລາມາຈາກສະ ໜາມຕາເວັນ, ສະໜາມກິລາ ກູດໄລ, ໂຮງຮຽນບຸນເກີດ, ໂຮງຮຽນແສງສະຫວັນ ແລະ ສະໂມສອນ ລ້ານຊ້າງ ເອັຟຊີ. ສຳລັບສະໂມສອນຈາກ ປະ ເທດໄທ ປະກອບມີ 4 ຮຸ່ນຄື: ຮຸ່ນອາຍຸ 11-12 ປີ, 13-14 ປີ, 14-15 ປີ ແລະ ຮຸ່ນອາຍຸ 17 ປີ ມາຈາກສະໂມສອນນະ ຄອນຫຼວງປະຖົມ ແລະ ສະໂມ ສອນເຍົາວະຊົນໄທກຸງເທບ. ສຳລັບ ສະໂມສອນດີເຄ ຮຸ່ນ ອາຍຸ 10-13 ປີ ເສຍໃຫ້ ນະ ຄອນຫຼວງປະຖົມ 1-0 ແລະ ຮຸ່ນອາຍຸ 13-15 ປີ ເສຍໃຫ້ ແສງສະຫວັນ 2-0 ແລະ ສະ ໂມສອນລ້ານຊ້າງ ຮຸ່ນເຍົາວະ ຊົນ ຊະນະ ນະຄອນປະຖົມ 2-0.
ຂ່າວຈາກ:laosportnews.com.

- 5 - ສຳເລັດການແຂ່ງຂັນບານເຕະເຍົາວະຊົນມິດຕະພາບລາວ-ໄທ
- 3 - ສຳເລັດການແຂ່ງຂັນບານເຕະເຍົາວະຊົນມິດຕະພາບລາວ-ໄທ
- 4 - ສຳເລັດການແຂ່ງຂັນບານເຕະເຍົາວະຊົນມິດຕະພາບລາວ-ໄທ
- Visit Laos Visit SALANA BOUTIQUE HOTEL - ສຳເລັດການແຂ່ງຂັນບານເຕະເຍົາວະຊົນມິດຕະພາບລາວ-ໄທ