ຟີລິບປິນ ຫ້າມນໍາເຂົ້າສັດປີກຈາກອົດສະຕຣາລີ ຢ້ານການລະບາດຂອງໄຂ້ຫວັດສັດປີກ

ທາງການຟີລິບປິນສັ່ງຫ້າມການນໍາເຂົ້ານົກ ແລະ ຜະລິດຕະພັນສັດປີກຈາກອົດສະຕຣາລີ ຫລັງມີການພົບເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H5N1 ໃນປະເທດເມື່ອບໍ່ດົນມານີ້.
ວັນທີ 9 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງກະສິກໍາຟີລິບປິນ ລະບຸໃນຖະແຫລງການວ່າ: ມີລາຍງານການລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H7N3 ແລະ H7N9 ເຊິ່ງເປັນສາຍພັນຍ່ອຍຂອງໄຂ້ຫວັດສັດປີກຊະນິດສ້າງພະຍາດຮຸນແຮງ (HPAI) ໃນລັດວິກຕໍເຣຍຂອງອົດສະຕຣາລີ ໃນວັນທີ 23 ແລະ 25 ພຶດສະພາຜ່ານມາ ໂດຍໄດ້ຮັບການຢືນຢັນຈາກສູນກຽມຄວາມພ້ອມດ້ານພະຍາດແຫ່ງອົດສະຕຣາລີ.
ລາຍງານດັ່ງກ່າວສົ່ງຜົນເຮັດໃຫ້ທ່ານ ຟຣານຊິສໂກ ທຽວ ລໍເຣລ ລັດຖະມົນຕີກະຊວງກະສິກໍາຟີລິບປິນ ລົງນາມໃນບັນທຶກຂໍ້ຄວາມວັນທີ 6 ມິຖຸນາຜ່ານມາ ລະບຸວ່າ: ການຂົນສົ່ງນົກລ້ຽງ ແລະ ນົກປ່າທັງໝົດຈາກອົດສະຕຣາລີ ຈະໄດ້ຮັບອະນຸຍາດ ຖ້າສັດປີກເຫລົ່ານັ້ນຖືກຂ້າ ຫລື ຜະລິດກ່ອນວັນທີ 10 ພຶດສະພາ.
ທັງນີ້, ອົດສະຕຣາລີເປັນແຫລ່ງຈັດຫາຊີ້ນໄກ່ນໍາເຂົ້າລາຍໃຫຍ່ອັນດັບ 4 ຂອງຟີລິບປິນ ໂດຍມີປະລິມານລວມສູງເຖິງ 5,365 ໂຕນ ໃນເດືອນເມສາຜ່ານມາ ເຊິ່ງໄລຍະເວລາດຽວກັນ ຟີລິບປິນໄດ້ນໍາເອົາລູກໄກ່ອາຍຸ 1 ມື້ ຈໍານວນ 46,987 ແລະ ໄຂ່ໄກ່ 30,780 ຟອງ.
ແຕ່ໃນຂະນະດຽວກັນ, ອົງການອະນາໄມໂລກ (WHO) ລະບຸໃນວັນທີ 7 ມິຖຸນາຜ່ານມາວ່າ: ອົດສະຕຣາລີລາຍງານພົບເດັກຜູ້ຍິງອາຍຸ 2 ປີເຄິ່ງ ຕິດເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H5N1 ຫລັງນາງເດີນທາງໄປອິນເດຍ ແລະ ຈໍາເປັນຕ້ອງເຂົ້າຮັບການປິ່ນປົວຢູ່ຫ້ອງ ICU.