ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ

- 5235555 - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ
- kitchen vibe - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ

ວັນທີ 21 ຕຸລານີ້, ຄະນະຜູ້ ແທນກິ່ງແຂວງເວີ່ນຊານ, ຢຸນ ນານ, ສປ ຈີນ ນຳໂດຍ ທ່ານ ນາງ ຫລີເຈຍ ຮອງປະທານສະ ພາປະຊາຊົນກິ່ງແຂວງດັ່ງກ່າວ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນດ້ານ ວຽກງານສະພາຂັ້ນແຂວງລະ ຫວ່າງ ແຂວງຫລວງພະບາງເພື່ອ ຮັດແໜ້ນການພົວພັນຮ່ວມມືລະ ຫວ່າງ 2 ສະພາປະຊາຊົນ ແຂວງ ໃຫ້ເຂັ້ມ ແຂງຍິ່ງໆຂຶ້ນ.

- 999555 300x201 - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ

- Visit Laos Visit SALANA BOUTIQUE HOTEL - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ

+ ເມືອງຫລວງພະບາງໄດ້ຮັບລາງວັນເມືອງສິ່ງແວດລ້ອມ

+ ຄັງເງິນບໍລິຄຳໄຊ ຊີ້ແຈງກ່ຽວກັບການມອບເງິນຄ່າວິຊາທີ່ຫລຸດອັດຕາແລກປ່ຽນທະນາຄານ

ໂອກາດນີ້ ທ່ານ ສິງຕັນ ໄຊ່ ລື່ຊົ່ງ ຮອງປະທານສະພາປະຊາ ຊົນແຂວງຫລວງພະບາງໄດ້ຕີ ລາຄາສູງຕໍ່ການມາຢ້ຽມຢາມ ແລກປ່ຽນບົດຮຽນຂອງຄະນະ ຜູ້ແທນດັ່ງກ່າວ ເຊິ່ງຈະເປັນໂອ ກາດອັນດີໃຫ້ແກ່ສອງຝ່າຍ ເພີ່ມທະວີການພົວພັນຮ່ວມ ມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຫລາຍຂຶ້ນ.

 

- 8888522 300x201 - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ

ທ່ານກ່າວວ່າ: ສະພາ ປະ ຊາຊົນແຂວງຫລວງພະບາງຫາ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນ ເດືອນມີນາ 2016 ມີໜ້າທີ່ພາ ລະບົດບາດໃນການຕິດຕາມ ກວດກາການປະຕິບັດລັດຖະ ທຳມະນູນ, ກົດໝາຍ ແລະ ມະຕິ ຂອງອົງການລັດ, ປະຕິບັດພາ ລະບົດບາດໃນການຕົກລົງຮັບ ຮອງບັນຫາວຽກງານສຳຄັນ ພື້ນຖານຂອງແຂວງ, ເປັນຕົ້ນ ແຜນພັດທະນາເສດຖະກິດ- ສັງ ຄົມ ແລະ ແຜນງົບປະມານ ປະ ຈຳປີ, ຮັບຮອງເອົານິຕິກຳລຸ່ມ ກົດໝາຍທີ່ ອົງການປົກຄອງ ທ້ອງຖິ່ນໄດ້ກຳນົດອອກ, ລົງ ເຄື່ອນໄຫວພົບປະຜູ້ມີສິດເລືອກ ຕັ້ງໃນຖານະເປັນ ຕົວແທນຂອງ ປະຊາຊົນຕິດຕາມກວດກາການ ປະຕິບັດລັດຖະທຳມະນູນກົດ ໝາຍ ແລະ ມະຕິຂອງສະພາ ປະ ຊາຊົນແຂວງ, ພິຈາລະນາຮັບ ຮອງເອົາແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະ ມານຂອງແຂວງ, ແກ້ໄຂຄຳຮ້ອງ ທຸກ ແລະ ຄຳສະເໜີຕ່າງໆຂອງ ປະຊາຊົນຕໍ່ອົງການ ແລະ ບຸກຄົນ ພ້ອມທັງສະເໜີໃຫ້ສະພາປະຊາ ຊົນທັງ 2 ແຂວງມີການແລກ ປ່ຽນບົດຮຽນເປັນປົກກະຕິ 2 ປີຕໍ່ຄັ້ງໂດຍພັດປ່ຽນກັນເປັນ ເຈົ້າພາບ.

 

- 25413555 300x201 - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ

ໃນໂອກາດນີ້ ທ່ານ ນາງ ຫລີເຈຍ ຮອງປະທານສະພາ ປະຊາຊົນກິ່ງແຂວງເວີ່ນຊານ ກໍໄດ້ລາຍງານສະພາບ ແລະ ຈຸດພິ ເສດຂອງແຂວງເວີ່ນຊານ ແລະ ພາລະບົດບາດຂອງສະ ພາປະຊາຊົນ ແຂວງຂອງຕົນ ໃຫ້ທາງສະພາປະຊາຊົນ ແຂວງ ຫລວງພະບາງຊາບຈາກນັ້ນວິ ຊາການທັງ 2 ຝ່າຍກໍໄດ້ສົນທະ ນາແລກປ່ຽນບົດຮຽນເຊິ່ງກັນ ແລະກັນດ້ວຍຄວາມເລິກ ເຊິ່ງ ແນໃສເສີມຂະຫຍາຍການພົວ ພັນຮ່ວມມືສອງຝ່າຍໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ.

 

- 42133221 300x201 - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ

- 5235555 300x171 - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ

- 4 - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ
- 5 - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ
- 3 - ຫລວງພະບາງ ແລະ ກິ່ງແຂວງເວີ່ນຊານພົບປະແລກປ່ຽນບົດຮຽນ