ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ

ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ - Modisign - ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ
ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ - kitchen vibe - ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ

      ນາຍົກລັດຖະມົນຕີ ນາເຣນທຣາໂມດີ ສາບານຕົນຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ຢ່າງເປັນທາງການ ໂດຍຈະມີຝ່າຍຄ້ານເຊິ່ງມີບ່ອນນັ່ງເພີ່ມຂຶ້ນຫລາຍ.

     ວັນທີ 10 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຜູ້ນໍາອິນເດຍ ສາບານຕົນຢູ່ທໍານຽບປະທານາທິບໍດີ ໃນວັນທີ 9 ມິຖຸນາຜ່ານມາ ເພື່ອຮັບຕໍາແໜ່ງຜູ້ນໍາລັດຖະບານສະໄໝທີ 3 ຢ່າງເປັນທາງການ ຫລັງນໍາພາພັກພາຣະຕິຍະ ຊະນາຕະ (BJP) ຊະນະການເລືອກຕັ້ງທົ່ວໄປ ລະຫວ່າງວັນທີ 19 ເມສາ – 1 ມິຖຸນາຜ່ານມາ.

ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ - Visit Laos Visit SALANA BOUTIQUE HOTEL - ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ
ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ - Visit Laos Visit SALANA BOUTIQUE HOTEL - ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ

     ນອກຈາກການສາບານຕົນຂອງທ່ານ ໂມດີ ໃນພິທີທີ່ມີທ່ານ ນາງ ເທຣາບທີ ເມີມູ ປະທານາທິບໍດີ ເປັນປະທານ ຍັງມີການປະກາດແຕ່ງຕັ້ງ ແລະ ສາບານຕົນຂອງລັດຖະມົນຕີ 71 ທ່ານ. ແນ່ນອນວ່າສ່ວນຫລາຍຕ້ອງມາຈາກພັນທະມິດປະຊາທິປະໄຕແຫ່ງຊາດ (NDA) ເຊິ່ງເປັນກຸ່ມພັກລັດຖະບານທີ່ມີພັກ BJP ເປັນແກນນໍາ.

     ການແຕ່ງຕັ້ງລັດຖະມົນຕີຂອງທ່ານ ໂມດີ ໃນຄັ້ງນີ້ ຫລຸດລົງຈາກເມື່ອ 5 ປີກ່ອນ 11 ບ່ອນນັ່ງ, ແຕ່ຜູ້ນໍາອິນເດຍຍັງບໍ່ໄດ້ໃຫ້ເຫດຜົນວ່າເພາະເຫດໃດຈຶ່ງຫລຸດຈໍານວນລັດຖະມົນຕີສໍາລັບລັດຖະບານສະໄໝທີ 3.

     ສໍາລັບການເລືອກຕັ້ງທົ່ວໄປຂອງອິນເດຍຄັ້ງນີ້ ເປັນການເລືອກຕັ້ງຕາມກໍານົດ ແລະ ກ່ອນໜ້ານີ້ເກືອບທຸກຝ່າຍຄາດຄະເນໄປໃນທາງດຽວກັນວ່າ: ພັກ BJP ແລະ ພັນທະມິດ ຈະຍັງໄດ້ຮັບໄຊຊະນະຢ່າງຫລວງຫລາຍ ເຖິງວ່າພັກ BJP ໄດ້ຮັບເລືອກຕັ້ງເຂົ້າມາຫລາຍທີ່ສຸດ 240 ຈາກ 543 ບ່ອນນັ່ງໃນສະພາຜູ້ແທນລາຊະດອນ, ແຕ່ຫລຸດລົງ 63 ບ່ອນນັ່ງ ຈາກການເລືອກຕັ້ງໃນປີ 2019 ແລະ ຕໍ່າກວ່າເປົ້າໝາຍຂອງພັກທີ່ຕັ້ງໄວ້ປະມານ 300 ບ່ອນນັ່ງ ຈາກການເລືອກຕັ້ງຄັ້ງນີ້.

     ທັງນີ້, ເມື່ອລວມສຽງສະໜັບສະໜູນກັບພັນທະມິດ ຝ່າຍລັດຖະບານອິນເດຍຈະມີບ່ອນນັ່ງ 293 ບ່ອນນັ່ງໃນສະພາຜູ້ແທນລາຊະດອນ, ສ່ວນພັນທະມິດຝ່າຍຄ້ານທີ່ມີພັກຄອງເກຣດເປັນແກນນໍາ ໄດ້ຮັບການເລືອກຕັ້ງລວມກັນ 234 ບ່ອນນັ່ງ ເຊິ່ງສູງເກີນຄວາມຄາດໝາຍຂອງທຸກຝ່າຍ ໂດຍພັກຄອງເກຣດຂອງທ່ານ ຣາຫລຸ ຄານທີ ຜູ້ນໍາຝ່າຍຄ້ານ ໄດ້ຮັບການເລືອກຕັ້ງ 99 ບ່ອນນັ່ງ ເພີ່ມຂຶ້ນສູງເຖິງ 47 ບ່ອນນັ່ງ ຈາກການເລືອກຕັ້ງເມື່ອ 5 ປີກ່ອນ.

ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ - 5 - ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ
ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ - 4 - ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ
ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ - 3 - ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ