ເມືອງເມິງລົງກວດກາ ແລະ ຍຶດເອົາເຄື່ອງອຸປະໂພກ-ບໍລິໂພກໝົດອາຍຸມາທຳລາຍຖິ້ມ
October 24, 2017 - 5:35 PM

ຫວ່າງວັນທີ 18-20 ຕຸລາ ນີ້, ທາງໜ່ວຍງານອາຫານ ແລະ ຢາສາທາລະນະສຸກແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງ, ໄດ້ລົງກວດກາເຄື່ອງ ອຸປະໂພກ-ບໍລິໂພກທີ່ໝົດອາຍຸ ການ.
+ ສະມາຊິກສະພາປະຊາຊົນແຂວງຫລວງນ້ຳທາລົງກວດກາຄຸນນະພາບການຜະລິດນ້ຳປະປາເທສະບານເມືອງ
ຕາມບັນດາຫ້າງຮ້ານຂາຍ ເຄື່ອງຍ່ອຍໃນເທສະບານເມືອງ ແລະ ເຂດຈຸດສຸມຕ່າງໆຄື: ເຂດ ນ້ຳເມິງ, ຊຽງດາວ ແລະ ເຂດ ນ້ຳຍູ້ທີ່ມີຊຸມຊົນອາໄສ ຢູ່ໜາ ແໜ້ນ ແລະ ມີບັນດາຫ້າງຮ້ານ ຂາຍ ເຄື່ອງຍ່ອຍຫລາຍຈຸດພໍ ສົມຄວນ ເຊິ່ງສາມາດກວດເຫັນ ແລະ ໄດ້ຍຶດເອົາເຄື່ອງປະເພດ ອາຫານ- ເຄື່ອງດື່ມ ແລະ ເຄື່ອງ ໃຊ້ສອຍທີ່ໝົດອາຍຸການນຳໃຊ້ ເຊັ່ນ: ນົມ, ໝີ່, ເຂົ້າໜົມ, ໂຄກ- ແຟນຕ່າ, ໂຈກ, ໂອອີຊີ ແລະ ເຄື່ອງອຸປະໂພກ-ບໍລິໂພກອື່ນໆ ເປັນຈຳນວນຫລາຍເອົາມາທຳ ລາຍຖິ້ມຕາມລະບຽບການເພື່ອ ປົກປ້ອງຜູ້ບໍລິໂພກໃຫ້ປອດໄພ.