ລັດຖະບານ ສາມາດຮັບປະກັນບໍ່ໃຫ້ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້

ວັນທີ 10 ມິຖຸ ນາ 2024. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບການແກ້ໄຂໜີ້ສິນຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງ ຊາດ ຊຸດທີ IX ວ່າ: ລັດຖະບານ ໄດ້ສືບຕໍ່ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆ ທັງຈາກງົບປະມານລັດ ແລະ ຈາກການລະດົມທຶນຈາກພາຍໃນ ເພື່ອຊຳລະຕົ້ນທຶນ ແລະ ດອກເບ້ຍ ໄດ້ຕາມສັນຍາ; ການແກ້ໄຂໜີ້ໂຄງການລົງທຶນຂອງລັດ ດ້ວຍຮູບແບບອວ່າຍໜີ້ 3 ແຈ, ບ້ວງ 8.000 ຕື້ກີບ ເຊິ່ງມາຮອດປັດຈຸບັນ ໄດ້ສໍາເລັດການອອກພັນທະບັດຈໍານວນ 7.390 ຕື້ກີບ ເທົ່າກັບ 92% ຂອງແຜນການ.
ນອກຈາກນີ້ ລັດຖະບານ ໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆໃນການລະດົມທຶນເພື່ອຊຳລະໜີ້ສິນໃຫ້ຕ່າງປະເທດທັນ ຕາມກຳນົດເວລາ ໂດຍສາມາດຮັບ ປະກັນບໍ່ໃຫ້ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້. ພ້ອມກັນນັ້ນ ໄດ້ເຈລະຈາກັບບັນດາບໍລິສັດຈໍານວນໜຶ່ງທີ່ກູ້ຢືມເງິນກັບ ທະນາຄານແຫ່ງ ສປປ ລາວ ໃນເມື່ອກ່ອນໃຫ້ຊໍາລະເງິນກູ້ກ່ອນກຳນົດໃນສັນຍາເງິນກູ້, ຊຶ່ງຜ່ານການ ເຈລະ ຈາບັນດາບໍລິສັດເຫຼົ່ານັ້ນ ກໍເຫັນດີຊຳລະໃຫ້ແລ້ວເກືອບ 30% ຂອງມູນຄ່າເງິນກູ້ທັງ ໝົດ. ນອກນັ້ນ ໄດ້ສຸມໃສ່ແກ້ໄຂໜີ້ເງິນກູ້ຂອງລັດວິສາຫະກິດຈຳນວນໜຶ່ງ ແລະ ໜີ້ສິນຄ່າກະແສໄຟຟ້າ.