ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ

ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ - 448185178 988619699940513 8062884440332323803 n - ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ
ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ - kitchen vibe - ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ

ວັນທີ 10 ມິຖຸນາ 2024 ນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ລາຍງານກ່ຽວກັບລາຍຮັບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງ ຊາດຊຸດທີ IX ວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນ ຄາດຄະເນ 6 ເດືອນຕົ້ນປີ 2024 ໂດຍສະເພາະ ດ້ານລາຍຮັບປັດຈຸບັນປະຕິ ບັດໄດ້ 25.957 ຕື້ກີບ ເທົ່າກັບ 52% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 64% ເປັນເງິນປະມານ 10.165 ຕື້ກີບ.

ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 24.104 ຕື້ກີບ ເທົ່າ ກັບ 54% ຂອງແຜນ ການປີ. ສໍາລັບຂັ້ນທ້ອງຖິ່ນ ໂດຍສະເລ່ຍປະຕິບັດໄດ້ 70% ຂຶ້ນໄປ. ໃນນີ້, ແຂວງໄຊສົມບູນ ເກີນແຜນ 136%. ສ່ວນໃຫຍ່ໄດ້ຈາກຂະແໜງພະລັງງານໄຟຟ້າ ແລະ ຂະແໜງແຮ່ທາດ ເປັນຕົ້ນລາຍຮັບພາສີ ແລະ ສ່ວຍສາອາກອນ 21.333 ຕື້ກີບ ເທົ່າກັບ 51,21% ຂອງແຜນການປີ; ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ 2.770 ຕື້ກີບ ເທົ່າກັບ 81.15% ຂອງແຜນການປີ; ລາຍຮັບຈາກການຊ່ວຍເຫຼືອ 1.854 ຕື້ກີບ ເທົ່າກັບ 36,82% ຂອງແຜນການປີ. ຄາດຄະເນປະຕິບັດ 6 ເດືອນຕົ້ນປີ 2024 ສູ້ຊົນເກັບລາຍຮັບໃຫ້ໄດ້ 28.005 ຕື້ກີບ ເທົ່າກັບ 112% ຂອງແຜນ 6 ເດືອນ ຕົ້ນປີ ເທົ່າກັບ 56% ຂອງແຜນການປີ.

 ທ່ານ ສັນຕິພາບ ພົມວິຫານ ໃຫ້ຮູ້ຕື່ມວ່າ: ໃນໄລຍະຕົ້ນປີ 2024 ການເກັບລາຍຮັບມີທ່າອ່ຽງເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນ ສາເຫດຕົ້ນຕໍຍ້ອນການຂະຫຍາຍຕົວຂອງເສດຖະກິດພາຍໃນ, ການເປີດປີທ່ອງທ່ຽວລາວ, ສັດສ່ວນການລົງທຶນຂອງຕ່າງປະເທດ ກໍມີທ່ວງທ່າທີ່ເພີ່ມຂຶ້ນ, ຫຼາຍກິດຈະການກໍມີທ່າຂະ ຫຍາຍຕົວບວກກັບການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ນິຕິກຳ ທີ່ເປັນການຜັນຂະຫຍາຍວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂທາງດ້ານເສດຖະກິດ-ການເງິນ, ເງິນຕາ, ການອັດຊ່ອງວ່າງການຮົ່ວໄຫຼຂອງງົບປະ ມານ, ການປັບປຸງນິຕິກຳ, ການຍັງຄັບໃຊ້ກົດໝາຍ ແລະ ການຄຸ້ມຄອງການເກັບລາຍຮັບເປັນທັນສະ ໄໝ ຈຶ່ງເຮັດໃຫ້ການເກັບລາຍຮັບໄດ້ເພີ່ມຂຶ້ນ.

ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ - 4 - ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ
ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ - 3 - ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ
ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ - 5 - ຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ 25.957 ຕື້ກີບ