ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ

ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ - aHR0cHM6Ly9zLmlzYW5vb2suY29tL2xhLzAvdWQvNi8zMjkxMS8zMjkxMS5qcGc - ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ
ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ - kitchen vibe - ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ

ໂດຍ: ຜາຕຸງ

ແນວທາງປ່ຽນແປງໃໝ່ ຂອງປະທານໄກສອນ ພົມວິຫານ ກ່າວໄວ້ວ່າ: “ຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ” ເຊິ່ງໄດ້ກາຍເປັນທິດທາງຂອງພັກ-ລັດເຮົາໄດ້ສືບຕໍ່ປະຕິບັດເພື່ອພັດທະນາປະເທດຊາດ ນີ້ສ່ອງແສງໃຫ້ເຫັນວ່າ ການສຶກສາແມ່ນອົງປະກອບສຳຄັນທີ່ສຸດຂອງປະເທດໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນຄ່າແກ່ປະເທດປະເທດຊາດ ແລະ ຊັບພະຍາກອນມະນຸດແມ່ນມີຄວາມສຳຄັນ ຍິ່ງກວ່າຊັບພະຍາກອນອື່ນໃດທັງໝົດໃນໂລກ.

ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ - Visit Laos Visit SALANA BOUTIQUE HOTEL - ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ
ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ - Visit Laos Visit SALANA BOUTIQUE HOTEL - ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ

ໃນການພັດທະນາເສດະຖະກິດ-ສັງຄົມຂອງຊາດ, ປະເທດຈະເລີນຮຸ່ງເຮືອງໄດ້ກໍແມ່ນອາໄສຊັບພະຍາກອນມະນຸດໃນການຂັບເຄື່ອນການພັດທະນາ ເຖິງວ່າຈະມີຊັບພະຍາກອນທຳມະຊາດ ເອື້ອຍອຳນວຍໝົດທຸກຢ່າງ ແຕ່ຫາກຂາດແຄນຊັບພະ ຍາກອນມະ ນຸດທີ່ມີຄຸນນະພາບແລ້ວ ກໍຍາກທີ່ຈະເຮັດໃຫ້ ເສດຖະກິດ-ສັງຄົມຂອງຊາດກ້າວເດີນໄປໃນທິດທາງທີ່ດີ ມີຄວາມຈະເລີນຜາສຸກ.

ຕາມໜັງສືພິມ ສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ ລາຍງານວັນທີ 3 ມິຖຸນາ 2024 ນີ້ ເຫັນວ່າຕົວເລກການເຂົ້າຮຽນຂອງນັກຮຽນນັກສຶກສາ ແຕ່ຊັ້ນມັດທະຍົມຕອນຕົ້ນ ຮອດຂັ້ນມະຫາວິທະຍາໄລ ຜູ້ທີ່ຈະກາຍເປັນບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດໃນອະນາຄົດນັ້ນ ພັດມີໂຕເລກຫຼຸດລົງຢ່າງໜ້າເປັນຫ່ວງວ່າ: ສົກຮຽນ 2023-2024 ທົ່ວປະເທດມີນັກຮຽນມີສິດສອບເສັງຈົບຊັ້ນ ທັງໝົດ 115.594 ຄົນ, ມ.4 ມີ 68.850 ຄົນ ຫລຸດລົງ 7.472 ຄົນ ຈາກສົກຮຽນ 2022-2023 ແລະ 14.694 ຄົນ ສົກຮຽນ 2021-2022. ສ່ວນ ມ.7 ມີນັກຮຽນ 46,744 ຄົນ ຫຼຸດລົງຈາກສົກຮຽນ 2022-2023 ຈຳນວນ 3.512 ຄົນ ແລະ 9.084 ຄົນ ໃນສົກຮຽນ 2021-2022.

ປະເທດເຮົາຍັງຕ້ອງການຊັບພະຍາກອນມະນຸດທີ່ມີຄຸນນະພາບຢ່າງຫຼວງຫຼາຍ ບັນຈຸເຂົ້າໃນການຂະ ແໜງການຕ່າງໆ ບໍ່ວ່າເປັນວຽກງານສາທາລະນະສຸກ, ການສຶກສາ, ພັດທະນາຊົນນະບົດ, ຂະແໜງວິຊາການຕ່າງໆ ເພື່ອປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແຕ່ເມື່ອອັດຕາການເຂົ້າຮຽນຂອງໄວໜຸ່ມຫຼຸດລົງຄືແນວນີ້ ແມ່ນທ້າທາຍຕໍ່ການບຸກທະລຸຊັບພະຍາກອນມະນຸດທີ່ມີຄຸນນະພາບໃນປະເທດເຮົາ, ເຮັດໃຫ້ການບັນຈຸພະນັກງານໃນຂະແໜງການຕ່າງໆບໍ່ພຽງພໍຂາດທັງຄຸນນະພາບ ແລະ ປະລິມານ, ເມື່ອເປັນເຊັ່ນນັ້ນ ອາດເກີດການຫຼັ່ງໄຫຼ ຂອງຄົນຕ່າງປະເທດເຂົ້າມາລາວ, ໄວໜຸ່ມລາວຈະກາຍເປັນພຽງແຕ່ກຳມະກອນ ຫຼື ຜູ້ໃຊ້ແຮງງານເຮັດວຽກງານຂັ້ນຕໍ່າ ທີ່ຄ່າແຮງງານຖືກ.

ການແກ້ໄຂບັນຫາ ດັ່ງກ່າວ ຕ້ອງຫັນເບິ່ງຄືນການອອກນະໂຍບາຍ ແລະ ສືບຕໍ່ປະຕິບັດການສົ່ງເສີມຮຽນວິຊາຊີບທີ່ມີເບ້ຍລ້ຽງ, ການແກ້ໄຂບັນຫາຂາດແຄນຄູ ແລະນະ ໂຍບາຍອື່ນໆ. ສິ່ງສຳຄັນວ່າ ຈະເຮັດແນວໃດສ້າງໃຫ້ມີສັດທາຂອງໄວໜຸ່ມໃນການຮຽນຕໍ່ຄືດັ່ງເປັນໃນອະດີດຜ່ານມາ ເຊັ່ນວ່າ ຮຽນຈົບແລ້ວ ມີວຽກເຮັດງານທຳທີ່ດີ ມີເງິນເດືອນກຸ້ມກິນ, ຫຼຸດພົ້ນຈາກວົງຈອນຂອງຄວາມທຸກຍາກ. ນອກນັ້ນ, ການສຶກສາແມ່ນພື້ນຖານສຳຄັນ ຂອງການປະກອບອາຊີບຕ່າງໆ ຮວມທັງການປະກອບທຸລະກິດ, ແນ່ນອນທັງໝົດນີ້ກໍອາດເຮັດບໍ່ໄດ້ຖ້າຫາກສະພາບເສດຖະກິດຂອງປະເທດຍັງຫຍຸ້ງຍາກ ແຕ່ເຖິງວ່າຈະຫຍຸ້ງ ຍາກປານໃດກໍຕາມ ຂໍຢ່າປະຖິ້ມວຽກງານສຶກສາ, ສ້າງຄົນໃຫ້ເຂັ້ມແຂງ ຈະຍູ້ແຮງທາງເສດຖະກິດໃຫ້ໝັ້ນທ່ຽງຕະຫຼອດໄປ.

ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ - 5 - ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ
ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ - 3 - ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ
ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ - 4 - ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ